ຂ່າວສານ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ

ຍີ່ປຸ່ນ ສະໜັບສະໜູນ “ວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ” ພ້ອມທັງໃຫ້ຮູ້ວ່າ: ວິໄສທັດຂອງ ອາຊຽນ ແລະ ຂໍ້ລິເລີ່ມຂອງ ຍີ່ປຸ່ນ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີພາບ ແລະ ເປີດອົກເປີດໃຈມີຈຸດລວມຫລາຍຢ່າງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບທ່ານນາຍົກລັດຖະມົນຕີ  Suga Yoshihide ແລະ ພັນລະຍາ. ພາບ: TTXVN 

ວັນທີ 21 ຕຸລາ, ສະຖານີໂທລະພາບ NHK ໄດ້ຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

        ທ່ານນາຍົກລັດຖະມົນຕີ Suga Yoshihide ເນັ້ນໜັກວ່າ ຍີ່ປຸ່ນ ແລະ ອາຊຽນ ສາມາດໜູນຊ່ວຍເຊິ່ງກັນແລະກັນ ແລະ ເພີ່ມທະວີການພົວພັນໜູນຊ່ວຍ ຍ້ອນວ່າ 2 ຝ່າຍລ້ວນແຕ່ມີເປົ້າໝາຍດຽວກັນ ແມ່ນປະຕິບັດບັນດາຫຼັກການພື້ນຖານຄື ເຄົາລົບກົດໝາຍ, ເປີດປະຕູ ແລະ ໂປ່ງໃສຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

        ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ Suga Yoshihide ຢັ້ງຢືນວ່າ ຍີ່ປຸ່ນ ສະໜັບສະໜູນ “ວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ” ພ້ອມທັງໃຫ້ຮູ້ວ່າ: ວິໄສທັດຂອງ ອາຊຽນ ແລະ ຂໍ້ລິເລີ່ມຂອງ ຍີ່ປຸ່ນ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີພາບ ແລະ ເປີດອົກເປີດໃຈມີຈຸດລວມຫລາຍຢ່າງ. ທ່ານ Suga Yoshihide ກໍ່ເນັ້ນໜັກວ່າ ສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ຈະບັນລຸໄດ້ ກໍ່ຕໍ່ເມື່ອບັນດາຫຼັກການເສລີ, ເປີດປະຕູ ແລະ ເຄົາລົບກົດໝາຍໄດ້ “ຕິດແໜ້ນ” ໃນພາກພື້ນນີ້.

(ແຫຼ່ງຄັດຈາກ VOV)


top