ຂ່າວສານ

ທ່ານນາຍົກລັກຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະໃນທົ່ວກອງທັບຄັ້ງທີ X

      ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຂ່ງຂັນ ຍ້ອງຍໍ, ມອບລາງວັນສູນກາງ, ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະໃນທົ່ວກອງທັບຄັ້ງທີ X. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນ ພ້ອມກັບທົ່ວພັກ, ລັດ ແລະ ທົ່ວກອງທັບ ອອກແຮງແຂ່ງຂັນ, ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ - ທັງຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ຢ່າງມີໄຊ. ທ່ານກ່າວວ່າ:
            ບັນດາຫົວໜ່ວຍໃນກອງທັບໄດ້ຍູ້ແຮງການເຄື່ອນໄຂຂົນຂວາຍປະຊາຊົນ, ປະຕິບັດການເຄື່ອນໄຫວຂົນຂວາຍປະຊາຊົນຢ່າງມີປະສິດທິຜົນ, ກອງທັບຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ກອງທັບຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ດ້ວຍບັນດາວຽກງານຢ່າງລະອຽດ, ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມ.
 (ແຫຼ່ງຄັດຈາກ VOV)
 


top