ຂ່າວສານ

ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມເວທີປາໄສລະດັບສູງກ່ຽວກັບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ ”

ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມເວທີປາໄສລະດັບສູງກ່ຽວກັບການຮ່ວມມື “  ໜຶ່ງແລວໜຶ່ງເສັ້ນທາງ ” ຄັ້ງທີ 2 ຊຶ່ງຖືກຈັດຂຶ້ນຢູ່ປັກກິງ ປະເທດຈີນ ແຕ່ວັນທີ 25 ຫາວັນທີ 27 ເມສາປີ 2019.

ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ 
ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມແລ້ວ, ການເດີນທາງ ເຂົ້າຮ່ວມເວທີປາໄສລະດັບສູງກ່ຽວກັບການຮ່ວມມື “  ໜຶ່ງແລວໜຶ່ງເສັ້ນທາງ ” ຄັ້ງທີ 2 ຂອງ ທ່ານນາຍົກລັກຖະມົນຕີ ຫງວຽນຊວນຟຸກ ແມ່ນເພື່ອຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດຈີນ ສີຈີ້ນຜີງ.
(ແຫຼ່ງຄັດຈາກ VOV)

top