ຂ່າວສານ

ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Jacinda Ardern ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນອກຈາການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ, ພົບປະກັບທ່ານປະທານປະເທດ ຫງວຽນຊວັນຝຸກ....

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນອກຈາການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ, ພົບປະກັບທ່ານປະທານປະເທດ ຫງວຽນຊວັນຝຸກ....

 
  

ໂດຍໄດ້ຮັບຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-17 ພະຈິກ ປີ 2022.

    

ຕອນບ່າຍວັນ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານພິທີຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ແລະ ຄະນະຜູ້ແທນຂັ້ນສູງ ນິວຊີແລນ. ພິທີຕ້ອນຮັບຖືກຈັດຂຶ້ນຢ່າງສົມກຽດຕາມພິທີການສະຫງວນໃຫ້ແກ່ຜູ້ນຳລັດຖະບານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ດຳເນີນການພົບປະເຈລະຈາ.

ໃນການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືການພັດທະນາການພົວພັນກັບ ນິວຊີແລນ ເປັນສຳຄັນ, ທ່ານ ຢືນຢັນວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກ ແລະ ສົ່ງເສີມລັດຖະບານນິວຊີແລນ ເຂົ້າມາລົງທຶນຢູ່ຫວຽດນາມ. ທ່ານຕີລາຄາສູງເລື່ອງ ນິວຊີແລນ ສືບຕໍ່ສະຫງວນໃຫ້ແກ່ຫວຽດນາມ ເງິນຊ່ວຍເຫຼືອຫຼ້າ (ODA)  ເກືອບ 27 ລ້ານໂດລາສະຫະລັດ ໃນໄລຍະ 2022-2024.

ສ່ວນທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ອວຍພອນ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທີ່ມະນຸດ ສປຊ ອາຍຸການ 2023-2025, ຢືນຢັນວ່າ, ຍາມໃດ ນິວຊີແລນ ກໍ່ຖືກເປັນສຳຄັນ ການເພີ່ມທະວີການພົນພັນກັບ ຫວຽດນາມ ຊື່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດແກ່ນສານຂອງ ນິວຊີແລນ ໃນອາຊຽນ ແລະ ພາກພື້ນ.

ນາຍົກລັດຖະມົນຕີ 2 ທ່ານສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດ ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024. 2 ຝ່າຍກໍ່ເຫັນດີສົມທົບກັນຜັນຂະຫຍາຍບັນດາສັນຍາການຄ້າເສລີພາກພື້ນ ເຊິ່ງ 2 ປະເທດລ້ວນແຕ່ເປັນສະມາຊິກໃຫ້ບັນລຸປະສິດທິຜົນຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). 2 ຝ່າຍສະໜັບສະໜູນເລື່ອງສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ.

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ເຫັນດີນຳກັນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນອກຈາການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ, ພົບປະກັບທ່ານປະທານປະເທດ ຫງວຽນຊວັນຝຸກ ແລະ ທ່ານປະທານສະພາແຫ່ງຊາດ ເວິງດິນເຮ້ວ, ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງສິສາຫະກິດ ຫວຽດນາມ-ນິວຊີແລນ ແລະ ການເຊື່ອມຕໍ່ກະສິກຳ ນີວຊີແລນ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ…


top