ຂ່າວສານ

ທ່ານນາງຮອງປະທານສະພາແຫ່ງຊາດດັ້ງທິງອກທິ້ງຕ້ອນຮັບປະທານ,ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ AIA

      ຕອນບ່າຍວັນທີ 15 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຕ້ອນຮັບທ່ານ Ng Keng Hooi ປະທານ, ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ AIA. 

ທ່ານນາງຮອງປະທານສະພາແຫ່ງຊາດດັ້ງທິງອກທິ້ງຕ້ອນຮັບທ່ານ Ng Keng Hooi ປະທານ,
ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ AIA . ພາບ:vietnam+
      ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ໄດ້ສະແດງຄວາມຂອບອົກຂອບໃຈກຸ່ມບໍລິສັດ AIA ໄດ້ການເປັນຫນຶ່ງໃນບັນດານັກອຸປະຖຳໃຫ້ແກ່ສັບປະດາສຸດຍອດ APEC ຢູ່ ດາຫນັງ ໃນເດືອນ ພະຈິກ ປີ 2017 ແລະ ຍາມໃດກໍ່ຮ່ວມເດີນທາງພ້ອມກັບກອງທຶນປົກປ້ອງເດັກ ຫວຽດນາມ ດ້ວຍລະດັບຫນູນຊ່ວຍເພີ່ມຂຶ້ນໃນແຕ່ລະປີ. ດ້ວຍຖານະເປັນປະທານສະພາກອງທຶນປົກປ້ອງເດັກຫວຽດນາມ, ທ່ານນາງຮອງປະທານປະເທດ ປາດຖະຫນາຢາກໃຫ້ກຸ່ມບໍລິສັດດັ່ງກ່າວສືບຕໍ່ຊ່ວຍເຫລືອເດັກນ້ອຍຫວຽດນາມໃນອະນາຄົດ. ທ່ານ Ng Keng Hooi ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ AIA ຢືນຢັນ: ກຸ່ມບໍລິສັດຈະສືບຕໍ່ມານະພະຍາຍາມປະກອບສ່ວນໃຫ້ແກ່ການພັດທະນາຂອງເສດຖະກິດສັງຄົມຂອງຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງຫວຽດນາມ. 
(ແຫຼ່ງຄັດຈາກ VOV)

top