ວັນທີ 17 ກຸມພາ, ກົງກັບວັນທີ 2 ບຸນເຕັດ, ຢູ່ນະຄອນເຊີນລາ, ແຂວງເຊີນລາ, ໄດ້ດຳເນີນລາຍການພົບປະແລກປ່ຽນ ສະແດງສິລະປະ, ກິລາດ້ວຍຫົວຂໍ້ “ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍບ້ານເກີດເມືອງນອນ ປະເທດຊາດປ່ຽນແປງໃໝ່ ”
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ້ອງ ຕ້ອນຮັບບຸນປີໃໝ່ພ້ອມກັບຊາວເຊີນລາ
ໃນທ່າມກາງ ຄວາມເບີກບານມ່ວນຊື່ນ ແລະ ບັນຍາກາດໃໝ່ເມື່ອລະດູບານໃໝ່ວຽນມາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ພ້ອມກັບປະຊາຊົນບັນດາເຜົ່າໃນແຂວງເຊີນລາ ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ສິລະປະວັນນະຄະດີ, ກິລາ, ພ້ອມກັບບັນດາການລະຫຼິ້ນພື້ນເມືອງຕ່າງໆທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)