ຂ່າວສານ

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢ້ຽມຢາມ ແລະມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ

ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນບຸນເຕັດ 100 ພູດ, ແຕ່ລະພູດມີມູນຄ່າ 1,1 ລ້ານດົ່ງໃຫ້ແກ່ບັນດາຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເມືອງ ຫວ້ານນິງ.


 ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ

(ພາບ: TTXVN)


ວັນທີ 30 ທັນວາ, ຄະນະປະຕິບັດງານຂອງສະພາແຫ່ງຊາດນຳໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ນຳໜ້າ, ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນຕາແສງ ຫວ້ານແທກ ແລະ ດ້າຍແລ້ງ, ຂຶ້ນກັບເມືອງ ຫວ້ານນິງ, ແຂວງ ແຄ໊ງຮ່ວາ.

          ຢູ່ຕາແສງຫວ້ານແທກ, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນບຸນເຕັດ 100 ພູດ, ແຕ່ລະພູດມີມູນຄ່າ 1,1 ລ້ານດົ່ງໃຫ້ແກ່ບັນດາຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເມືອງ ຫວ້ານນິງ. ຄະນະກໍ່ໄດ້ມອບຂອງຂວັນ 6 ພູດ ໃຫ້ແກ່ຜູ້ຕາງໜ້າຄອບຄົວເປົ້າໝາຍນະໂຍບາຍດີເດັ່ນຂອງເມືອງ ຫວ້ານນິງ; ມອບຂອງຂວັນໃຫ້ຄະນະການນຳ ແລະ ສະພາສົ່ງເສີມການຮຽນຂອງ 2 ຕາແສງ ຫວ້ານແທກ ແລະ ດ້າຍແລ້ງ.

(ແຫຼ່ງຄັດຈາກ VOV)


top