ຂ່າວສານ

ທ່ານນາງຮອງປະທານປະເທດລາວ ປານີ ຢາທໍ່ຕູ້ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່າຢາງ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ຫວຽດນາມ, ຕອນບ່າຍວັນທີ 29 ເມສາ, ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ.ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເປັນຫົວໜ້າຄະນະ, ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຮ່າຢາງ.

  ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນມອບຂອງຂວັນໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້

ຮອງປະທານປະເທດ ລາວ (ພາບ: TTXVN)   

ທີ່ການເຮັດວຽກ, ທ່ານຮອງເລຂາຄະນະປະຈຳພັກແຂວງ ຮ່າຢາງ ທ່າວຮົ່ງເຊີນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ແຂວງ ຮ່າຢາງ ແລະ ບາງແຂວງຂອງ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກນຳກັນເປັນປົກກະຕິ. ທ່ານເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາງ ປານີ ຢາທໍ່ຕູ້ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນມິດຕະພາບລະຫວ່າງ ລາວ ແລະ ຫວຽດນາມ; ການເຄື່ອນໄຫວຂອງຄະນະຢູ່ແຂວງ ຮ່າຢາງ ຄັ້ງນີ້ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.  ສ່ວນທ່ານນາງ ປານີ ຢາທໍ່ຕູ້ ກໍສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ແຂວງ ຮ່າຢາງ ທີ່ບັນລຸໄດ້ໃນຊຸມປີຜ່ານມາ. ນີ້ຈະເປັນບົດຮຽນເພື່ອໃຫ້ ລາວໄດ້ສຶກສາຄົ້ນຄວ້າ, ໝູນໃຊ້ເຂົ້າໃນສະພາບຕົວຈິງຂອງປະເທດຊາດເສີມສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຕະຫຼອດການ.


top