ຂ່າວສານ

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງພົບປະຄະນະນັກຮຽນ,ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ

      ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ ເນື່ອງໃນໂອກາດມາເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍປີ 2019.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພົບປະຄະນະນັກຮຽນ,ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ
(ພາບ: TTXVN)
      ຕອນບ່າຍວັນທີ 12 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ ເນື່ອງໃນໂອກາດມາເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍປີ 2019. ຢູ່ທີ່ນີ້, ທ່ານນາງ ດັ້ງທິງອັກທິ້ງ ສະເໜີໃຫ້ຄະນະກຳມະການຊົນເຜົ່າ, ກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ກວດກາຄືນ, ຄົ້ນຄວ້າ, ສະເໜີເພີ່ມເຕີມ, ສ້າງນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ສົມບູນແບບ… ພ້ອມທັງ, ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງຢູ່ເຂດຫ່າງໄກຊອກຫຼີກ; ເພີ່ມທະວີວຽກງານບຳລຸງສ້າງອາຊີບຕິດພັນກັບການແກ້ໄຂວຽກເຮັດງານທຳໃຫ້ແກ່ລູກຫຼານບັນດາເຜົ່າສ່ວນໜ້ອຍ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ບັນດາພວກນ້ອງນັກຮຽນ, ນັກສຶກສາ ມານະພະຍາຍາມຮ່ຳຮຽນເປັນຢ່າງດີເພື່ອອຸທິດຄວາມເກັ່ງກ້າສາມາດ, ພູມປັນຍາເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ  ແລະ ຫວັງວ່າບັນດາຄູອາຈານສືບຕໍ່ສິດສອນໃຫ້ເປັນຢ່າງດີ, ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ໃນນັ້ນມີເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.
 (ແຫຼ່ງຄັດຈາກ VOV)


top