ຂ່າວສານ

ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງແຂວງດົ່ງນາຍ

ທີ່ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງແຂວງດົ່ງນາຍ, ວັນທີ 20 ພະຈິກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ


ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງແຂວງດົ່ງນາຍ

(ພາບ: TTXVN)

ບັນດາຜູ້ທີ່ມີອິດທິພົນຊື່ສຽງຂອງແຂວງດົ່ງນາຍ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຈຸດຄວາມງາມດ້ານວັດທະນະທຳຂອງຊາດຕົນ. ພ້ອມກັນນັ້ນ, ກໍ່ມີຄວາມສາມັກຄີ, ມີຄວາມຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ; ເສີມຂະຫຍາຍບົດບາດ, ອິດທິພົນຊື່ສຽງ, ສືບຕໍ່ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ. ຜູ້ທີ່ມີອິດທິພົນຊື່ສຽງຈົ່ງເປັນແບບຢ່າງໃນການປະຕິບັດນະໂຍບາຍກົດໝາຍ, ຂົນຂວາຍປະຊາຊົນເຂົ້າຮ່ວມການອອກແຮງງານ, ທຳການຜະລິດຢ່າງຫ້າວຫັນ, ແມ່ນກຳລັງຫຼັກແຫຼ່ງໃນການກໍ່ສ້າງຊົນນະບົດໃໝ່.

(ແຫຼ່ງຄັດຈາກ VOV)



top