ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນເມືອງ ຟອງໂທ, ລາຍເຈົາ

      ວັນທີ 24 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ຕາແສງຊາຍແດນ ຢ່າວຊານ, ເມືອງ ຟອງໂທ, ແຂວງ ລາຍເຈົາ.
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ມອບຂອງຂວັນຈຳນວນໜຶ່ງໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ
(ພາບ: TTXVN)
      ຢູ່ທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຮຽກຮ້ອງໃຫ້ການນຳທ້ອງຖິ່ນທຸກຂັ້ນເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼາຍກວ່າອີກ; ພ້ອມທັງເຊື່ອໝັ້ນຕໍ່ຄວາມສາມັກຄີ, ເຫັນດີເປັນເອກະພາບຂອງປະຊາຊົນບັນດາເຜົ່າໃນການສ້າງສາບ້ານເກີດເມືອງນອນ, ປົກປັກຮັກສາເຂດຊາຍແດນປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ມອບຈຳນວນເງິນ 200 ລ້ານດົງໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ລາຍເຈົາ, ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫຼັງໃຫ້ເມືອງ ຟອງໂທ ແລະ ຂອງຂວັນຈຳນວນໜຶ່ງໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ນະໂຍບາຍ ແລະ ນັກຮຽນ…
        ຕໍ່ຈາກນັ້ນ, ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ປ້ອມປ້ອງກັນຊາຍແດນ ຢ່າວຊານ, ເມືອງ ຟອງໂທ, ທ່ານນາງຮອງປະທານປະເທດ ໄດ້ຮັບຮູ້ໝາກຜົນເຊິ່ງທະຫານປ້ອງກັນຊາຍແດນແຂວງ ລາຍເຈົາບັນລຸໄດ້, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນ ກໍ່ຄືປະສິດທິຜົນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)
 


top