ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ພົບປະກັບຊາວໜຸ່ມດີເດັ່ນກຸ່ມວິສາຫະກິດສູນກາງ

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນກຸ່ມວິສາຫະກິດສູນກາງລວມ 60 ຄົນ.

ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນກຸ່ມວິສາຫະກິດສູນກາງລວມ 60 ຄົນ.

    

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ຕອນບ່າຍວັນທີ 19 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນກຸ່ມວິສາຫະກິດສູນກາງລວມ 60 ຄົນ. ນີ້ແມ່ນບັນດາຊາວໜຸ່ມດີເດັ່ນທີ່ຕາງໜ້າໃຫ້ສະມາຊິກຊາວໜຸ່ມກຸ່ມວິສາຫະກິດສູນກາງຫຼາຍກວ່າ 100.000 ຄົນ ໃນຂະບວນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດ ໂຮ່ຈີມິນ ໃນໄລຍະ 2020 – 2022.

        ກ່າວຄຳເຫັນທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ, ແບ່ງປັນວ່າ:

        “ຂ້າພະເຈົ້າປາດຖະໜາວ່າ ພວກເພື່ອນແມ່ນຫຼັກແຫຼ່ງແກ່ນສານເພື່ອແຜ່ຂະຈາຍຄວາມມຸ່ງມາດປາດຖະໜາຂອງພັກ, ລັດ ສຳລັບໄວໜຸ່ມ; ພວກເພື່ອນຈົ່ງບືນຕົວຂຶ້ນປັບປຸງຕົວເອງເພືຶ່ອປະຕິບັດພາລະກຳຂອງຊາວໜຸ່ມ. ພັກກອມມູນິດ ຫວຽດນາມ ໄດ້ຍົກອອກເປົ້າໝາຍແມ່ນຮອດປີ 2046 ສ້າງປະເທດ ຫວຽດນາມໃຫ້ພັດທະນາຢ່າງວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ. ພວກເພື່ອນຕ້ອງແມ່ນຜູ້ນຳໜ້າເພື່ອປະຕິບັດຄວາມຄາດຫວັງນັ້ນ”.

        ແລະກໍ່ໃນວັນທີ 19 ພຶດສະພາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ໃນອົງການສູນກາງຄະນະຊາວໜຸ່ມປີ 2022.

(ແຫຼ່ງຄັດຈາກ VOV)


top