ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ແຂວງ ອານຢາງ

ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ  ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ ແຂວງ ອານຢາງ, ດົ່ງທາບ, ໄຕນິງ, ຕຽນຢາງ ແລະ ເກີນເທີ ດ້ວຍຍອດມູນຄ່າເກືອບ 35 ຕື້ດົ່ງ.
ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ເຮັດວຽກກັບການນຳແຂວງ ອານຢາງ

ວັນທີ 19 ກັນຍາ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ຢູ່ ແຂວງ ອານຢາງ.

ທ່ານນາງຮອງປະທານປະເທດ ໄດ້ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ແຂວງ ອານຢາງ ດ້ວຍຍອດມູນຄ່າເກືອບ 14 ຕື້ດົ່ງ, ໃນນັ້ນ ລວມມີ 35 ພັນຊຸດ kit test ຫາເຊື້ອໂຄວິດ-19 ໃຫ້ຜົນໄວ ແລະ ເຮືອນແຫ່ງສາຍຈິດມິດໃຈ 5 ຫລັງ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ກຳມະກອນຢູ່ແຂວງ ອານຢາງ.

ໃນການໄປປະຕິບັດງານນີ້, ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິແອງຊວັນ ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດຢູ່ ແຂວງ ອານຢາງ, ດົ່ງທາບ, ໄຕນິງ, ຕຽນຢາງ ແລະ ເກີນເທີ ດ້ວຍຍອດມູນຄ່າເກືອບ 35 ຕື້ດົ່ງ.

(ແຫຼ່ງຄັດຈາກ VOV)


top