ຂ່າວສານ

ທ່ານນາງຮອງປະທານປະເທດ ຖະຫວາຍທູບທຽນອາໄລຫາບຸນຄຸນອັນໃຫຍ່ຫລວງຂອງສອງພະນາງຈຶງ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ປະຕິບັດພິທີຕີກອງໄຂງານບຸນ, ຖະຫວາຍທູບທຽນ, ອາໄລຫາການລຸກຮື້ຂຶ້ນຂອງສອງພະນາງຈຶງ.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພາບ: TTXVN

ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 06 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ພິທີສະເຫຼີມສະຫຼອງ 1979 ປີແຫ່ງວັນລຸກຮື້ຂຶ້ນຂອງສອງພະນາງຈຶງ ແລະ ໄຂງານບຸນວິຫານສອງພະນາງຈຶງປີໃໝ່ປີກຸນ 2019 ໄດ້ຈັດຕັ້ງຢູ່ເຂດປູຊະນີຍະສະະຖານລະດັບຊາດພິເສດວິຫານສອງພະນາງຈຶງ (ເມືອງ ເມລິງ, ຮ່າໂນ້ຍ). ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ປະຕິບັດພິທີຕີກອງໄຂງານບຸນ, ຖະຫວາຍທູບທຽນ, ອາໄລຫາການລຸກຮື້ຂຶ້ນຂອງສອງພະນາງຈຶງ ກັບບຸນຄຸນອັນໃຫຍ່ຫລວງຂອງສອງພະນາງຈຶງໃນຊຸມວັນທຳອິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ພາຍຫລັງເຂົ້າຮ່ວມພິທີໄຂງານບຸນວິຫານສອງພະນາງຈຶງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນລຸງໂຮ່ຕະຫລອດໄປ” ແລະ ປູກຕົ້ນໄມ້ໃນບໍລິເວນຂອງຄະນະກຳມະການປະຊາຊົນເມືອງ ເມລິງ.

(ແຫຼ່ງຄັດຈາກ VOV)


top