ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ

ຕອນບ່າຍວັນທີ 05 ກໍລະກົດ, ທີ່ທຳນຽບປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ.

 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຍ້ອງຍໍບັນດາຜົນງານ, ບາດກ້າວພັດທະນາທາງດ້ານເສດຖະກິດ - ສັງຄົມ, ການເມືອງຂອງແຂວງ ນາມດິ້ງ; ພ້ອມທັງ ຕີລາຄາສູງເລື່ອງປະຊາຊົນ ແລະ ທຸກຂັ້ນອຳນາດການປົກຄອງແຂວງທຸກຂັ້ນ ໄດ້ມານະພະຍາຍາມປະຕິບັດວຽກງານຕອບບຸນແທນຄຸນ, ເອົາໃຈໃສ່, ເບິ່ງແຍງດູແລໃຫ້ຜູ້ມີຄຸນງາມຄວາມດີໃນບໍລິເວນແຂວງໃນຊຸມປີຜ່ານມາເປັນຢ່າງດີ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີວ່າ ບັນດາຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ ຍາມໃດກໍ່ຮັກສາຄຸນນະທາດ, ຄຸນສົມບັດນັກຮົບປະຕິວັດໃຫ້ໝັ້ນຄົງ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)



top