ຂ່າວສານ

ທ່ານນາງຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກກັບມະຫາວິທະຍາໄລ ທ໊າຍງວຽນ

ຈົ່ງສືບຕໍ່ເອົາໃຈໃສ່ເຖິງວຽກງານບຳລຸງສ້າງຂອງມະຫາວິທະຍາໄລ ທ໊າຍງວຽນ, ແນໃສ່ສ້າງແຫຼ່ງຊັບພະຍາກອນມະນຸດພາກເໜືອ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງພະນັກງານຄົ້ນຄວ້າວິທະຍາສາດຍິງ. 

 ທ່ານນາງຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ (ພາບ: quochoi.vn)

ວັນທີ 17 ຕຸລາ, ຄະນະປະຕິບັດງານກຸ່ມສະມາຊິກສະພາແຫ່ງຊາດເພດຍິງ ຫວຽດນາມ ໂດຍທ່ານນາງຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ, ປະທານກຸ່ມສະມາຊິກສະພາແຫ່ງຊາດເພດຍິງ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກຢູ່ມະຫາວິທະຍາໄລ ທ໊າຍງວຽນ ເພື່ອສຳຫລວດ, ຊອກຮູ້ກ່ຽວກັບວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດພະນັກງານພາກເໜືອ. ເຂົ້າຮ່ວມລາຍການດັ່ງກ່າວ ມີຜູ້ຕາງໜ້າການນຳອົງການ UNWOMEN ແລະ UNDP ປະຈຳ ຫວຽດນາມ; ພ້ອມດ້ວຍນັກສຶກສາຢູ່ພາຍໃນປະເທດ, ສາກົນພວມຮ່ຳຮຽນ, ຄົົ້ນຄວ້າຢູ່ມະຫາວິທະຍາໄລ ທ໊າຍງວຽນ ເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ສະເໜີໃຫ້ແຂວງ ທ໊າຍງວຽນ ຈົ່ງສືບຕໍ່ເອົາໃຈໃສ່ເຖິງວຽກງານບຳລຸງສ້າງຂອງມະຫາວິທະຍາໄລ ທ໊າຍງວຽນ, ແນໃສ່ສ້າງແຫຼ່ງຊັບພະຍາກອນມະນຸດພາກເໜືອ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງພະນັກງານຄົ້ນຄວ້າວິທະຍາສາດຍິງ. ທ່ານນາງຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ກໍ່ສະເໜີໃຫ້ມະຫາວິທະຍາໄລ ທ໊າຍງວຽນ ສືບຕໍ່ຍູ້ແຮງການຮ່ວມມືສາກົນ, ຮ່ວມສຳພັນການບຳລຸງສ້າງກັບຫລາຍປະເທດໃນໂລກ, ແນໃສ່ ຊຸກຍູ້ວຽກງານຄົ້ນຄວ້າວິທະຍາສາດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top