ຂ່າວສານ

ທ່ານນາງປະທານາທິບໍດີ ສິງກະໂປ ຈະມາຢ້ຽມຢາມ ຫວຽດນາມ

ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 16 ຫາວັນທີ 20 ຕຸລາ 2022.
  ທ່ານນາງປະທານາທິບໍດີ ສ.ສິງກະໂປ Halimah Yacob (ພາບ: AFP/TTXVN)  

ວັນທີ 14 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານາທິບໍດີ ສ.ສິງກະໂປ Halimah Yacob ແລະ ສາມີ ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ. ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 16 ຫາວັນທີ 20 ຕຸລາ 2022.


top