ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຈະເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 40 ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

      ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມໄປເຂົ້າຮ່ວມກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 40 (AIPA 40) ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການເລີ່ມແຕ່ວັນທີ 25-30 ສິງຫາ 2019.

ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມ (ພາບ:quochoi.vn)
      ອີງຕາມແຈ້ງການຂອງກຳມາທິການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມໃຫ່ຮູ້ວ່າ: ໂດຍຕອບຮັບຄຳເຊີນຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນແຫ່ງລາຊະອານາຈັກໄທ, ປະທານກອງປະຊຸມAIPA ຄັ້ງທີ 40,ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມຈະໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມໄປເຂົ້າຮ່ວມກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 40 (AIPA 40) ແລະຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການເລີ່ມແຕ່ວັນທີ 25-30 ສິງຫາ 2019.
 (ແຫຼ່ງຄັດຈາກ VOV)


top