ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະກຳມະການສັນຕິພາບແລະສາມັກຄີລາວ

      ວັນທີ 22 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ຕ້ອນຮັບຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ໂດຍທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ນຳຫນ້າ.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບ
ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ສປປລາວ)
      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຢືນຢັນວ່າ: ການນຳພັກ ແລະລັດຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງ, ປະຊາຊົນ ຫວຽດນາມເພີ່ມທະວີ, ປັບປຸງການພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການຈັດຕັ້ງ, ປະຊາຊົນລາວ. ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງບົດບາດ ແລະບັນດາການເຄື່ອນໄຫວມິດຕະພາບການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງ, ປະຊາຊົນສອງປະເທດ, ໃນນັ້ນ ມີຄະນະກຳມະການສັນຕິພາບ ຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວໃນໄລຍະຜ່ານມາ ແລະ ເນັ້ນຫນັກວ່າ ບັນດາການເຄື່ອນໄຫວມີຄວາມໝາຍສຳຄັນພິເສດ, ປະກອບສ່ວນຢ່າງແທດຈິງ ເພື່ອແນໃສ່ປັບປຸງສາຍພົວພັນທີ່ເປັນມູນເຊື້ອມີມາແຕ່ດົນນານຂອງສອງປະເທດຫວຽດນາມ ລາວ. ການນຳພັກ ແລະ ລັດຫວຽດນາມ ຍາມໃດກໍ່ສະຫນັບສະຫນູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງ, ປະຊາຊົນ ຫວຽດນາມ ເພີ່ມທະວີ, ປັບປຸງ ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງ, ປະຊາຊົນລາວ. 
 (ແຫຼ່ງຄັດຈາກ VOV)
 
 

top