ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງ ເກິນເທີ

ໂດຍປະຕິບັດລາຍການກ່ອນດໍາເນີນກອງປະຊຸມຄັ້ງທີ 7, ສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 25 ເມສາ, ທີ່ຕາແສງ ອານກື, ເມືອງ ນິງກ່ຽວ, ນະຄອນ ເກິນເທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດ ຫົວໜ່ວຍ 1 ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງທີ່ຕາແສງ ອານກື, ເມືອງ ນິງກ່ຽວ, ນະຄອນ ເກິນເທີ (ພາບ: news.zing.vn)

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງຕີລາຄາສູງບັນດາໝາກຜົນຂອງສະພາແຫ່ງຊາດ ບັນລຸໄດ້ໃນວຽກງານນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນຂອງປະເທດ; ພິເສດ ກ່ຽວກັບການບໍລິຫານບັນດາການຊັກຖາມ ຢ່າງມີວິທະຍາສາດ, ປະສິດທິຜົນ, ຊັກຖາມ ແລະ ຕອບຄໍາຊັກຖາມກ່ຽວກັບບັນດາບັນຫາພົ້ນເດັ່ນຂອງປະເທດຢ່າງໃກ້ຊິດຕິດແທດ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງຕໍ່ບັນດາຄໍາເຫັນປະກອບ ແລະ ຄວາມສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງ ເກິນເທີ ສໍາລັບບັນດາບັນຫາສໍາຄັນຂອງປະເທດ. ຕາມການຄາດຄະເນແລ້ວ, ກອງປະຊຸມຄັ້ງທີ 7, ສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນວັນທີ 20 ພຶດສະພາ ຈະມາເຖິງ ແລະ ແກ່ຍາວເປັນເວລາ 20 ວັນ ຈຶ່ງອັດລົງ. ສະພາແຫ່ງຊາດ ຈະພິຈາລະນາ ຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ ແລະ ຮ່າງມະຕິ 2 ສະບັບ; ປະກອບຄໍາເຫັນໃສ່ ຮ່າງກົດໝາຍ 9 ສະບັບ ແລະ ບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານຂອງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສໍາຄັນຂອງປະເທດ./.

(ແຫຼ່ງຄັດຈາກ VOV)


top