ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງປະທານສະພາແຫ່ງຊາດ ລາວ

ນີ້ແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ ແມ່ນ ກິດຈະກຳທີ່ມີຄວາມໝາຍດ້ານການເມືອງ - ການພົວພັນຕ່າງປະເທດ, ເປັນສັນຍາລັກຢ່າງເລິກເຊິ່ງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງປະທານສະພາແຫ່ງຊາດ ລາວ (ພາບ: quochoi.vn)

ຕອນເຊົ້າວັນທີ 07 ພຶດສະພາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໂອ້ລົງທາງໂທລະສັບກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ ເພື່ອແລກປ່ຽນກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ, ການຮ່ວມມືລະຫວ່າງບັນດາລັດຖະສະພາສະມາຊິກ AIPA ຕໍ່ໜ້າໂລກລະບາດໂຄວິດ-19 ແລະ ກ່ຽວກັບຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດລາວ.

        ກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແບ່ງປັນກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ ກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.

        ດ້ວຍຖານະເປັນປະທານ AIPA, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການສະໜັບສະໜູນ, ເປັນຈິດໜຶ່ງໃຈດຽວຂອງບັນດາລັດຖະສະພາສະມາຊິກ AIPA ເພື່ອນຳມາເຊິ່ງຜົນສຳເລັດຂອງປີປະທານ, ເພື່ອສະພາບແວດລ້ອມແຫ່ງສັນຕິພາບ, ປອດໄພ, ຄວາມຜາສຸກໃຫ້ແກ່ປະຊາຊົນ ແລະ ການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງທຸກປະເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ໄດ້ຢັ້ງຢືນວ່າ: ບັນດາບົດຮຽນຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນບົດຮຽນອັນລ້ຳຄ່າສຳລັບບັນດາປະເທດເວົ້າລວມ ແລະ ສຳລັບລາວເວົ້າສະເພາະ.


ທີ່ການໂອ້ລົມທາງໂທລະສັບ (ພາບອິນເຕີແນັດ)

ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ໄດ້ສະແດງຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງກ່ຽວກັບຄຳເຫັນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ໃຫ້ຮູ້ວ່າ: ສະພາແຫ່ງຊາດລາວ ສະໜັບສະໜູນເລື່ອງແບ່ງປັນບົດຮຽນລະຫວ່າງລັດຖະສະພາບັນດາປະເທດສະມາຊິກ AIPA ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ລາວ ກໍ່ເຊື່ອໝັ້ນວ່າ ສະພາແຫ່ງຊາດ ຫວຽດນາມ ຈະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA-41 ປະສົບຜົນສຳເລັດໃນໄລຍະຈະມາເຖິງ.

        ກ່ຽວກັບກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, 2 ຝ່າຍຢັ້ງຢືນວ່າ ນີ້ແມ່ນຂອງຂວັນຂອງພັກ, ລັດ, ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ, ປະຊາຊົນ ລາວ ແມ່ນ ກິດຈະກຳທີ່ມີຄວາມໝາຍດ້ານການເມືອງ - ການພົວພັນຕ່າງປະເທດ, ເປັນສັນຍາລັກຢ່າງເລິກເຊິ່ງຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ./.

(ແຫຼ່ງຄັດຈາກ VOV)


top