ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ອວຍພອນວັນບຸນ ຄຼິດສະມາດ ຢູ່ຄະນະກຳມະການສາມັກຄີ ກາໂຕລິກ ຫວຽດນາມ

ເນື່ອງໃນໂອກາດວັນບຸນຄຼິດສະມາດ 2019, ຕອນບ່າຍວັນທີ 19 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ລົງຢ້ຽມຢາມ ແລະ ອວຍພອນ ວັນບຸນຄຼິດສະມາດ ຢູ່ ຄະນະກຳມະການສາມັກຄີ ກາໂຕລິກ ຫວຽດນາມ. 


ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ອວຍພອນວັນບຸນຄຼິດສະມາດ ຢູ່ ຄະນະກຳມະການສາມັກຄີກາໂຕລິກຫວຽດນາມ. ພາບ:TTXVN


ກ່າວຄຳເຫັນນະທີ່ນີ້ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນ: ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແມ່ນເຄົາລົບສິດເສລີການເຫລື້ອມໃສສາສະຫນາ. ສະພາແຫ່ງຊາດ ກໍ່ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການສາສະຫນາເຄື່ອນໄຫວຕາມການກຳນົດຂອງລັດຖະທຳມະນູນ ແລະ ຂອງກົດໝາຍ.  ທ່ານນາງປະທານສະພາແຫ່ງຊາດ ປາດຖະຫນາ ຢາກໃຫ້ຄະນະກຳມະການສາມັກຄີກາໂຕລິກ ຫວຽດນາມສືບຕໍ່ໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນຊາວຄຼິດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ.  ຄະນະກຳມະການສາມັກຄີ ກາໂຕລິກ ຫວຽດນາມ ສືບຕໍ່ປ່ຽນໃຫມ່ເນື້ອໃນ, ຮູບການເຄື່ອນໄຫວ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ແລະ ເປັນຂົວຕໍ່ສາມັກຄີລະຫວ່າງພັກ ແລະ ອຳນາດການປົກຄອງ ກັບຊາວຄຼິດ ເຕົ້າໂຮມສ້າງກຸ່ມກ້ອນມະຫາສາມັກຄີໃນທົ່ວປວງຊົນ. 
(ແຫຼ່ງຄັດຈາກ VOV)

top