ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ

      ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ລາວ, ຕອນເຊົ້າວັນທີ 29 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມງິນ  ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະເຈລະຈາກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ບຸນຍັງ ວໍລະຈິດ. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ   ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ
      ທີ່ການພົບປະເຈລະຈາ, ທ່ານ ບຸນຍັງ ວໍລະຈິດ ຖືວ່າ ການຢ້ຽມຢາມສະແດງໃຫ້ເຫັນຈິດໃຈສາມັກຄີສະໜິດຕິດພັນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສະພາແຫ່ງຊາດ ສອງປະເທດ, ປະກອບສ່ວນຍົກສູງການພົວພັນທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ຈະພ້ອມກັບສະພາແຫ່ງຊາດ ຫວຽດນາມເຮັດຈົນສຸດຄວາມສາມາດຂອງຕົນ, ພ້ອມກັບສະພາແຫ່ງຊາດລາວເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສົມທົບກັນຕິດຕາມກວດກາ, ກະຕຸກຊຸກຍູ້ລັດຖະບານສອງປະເທດປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ຕົກລົງຈາກສອງພັກ, ສອງລັດໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ລາວຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຫວຽດນາມໃນການດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ແລະ ປະທານ AIPA ອາຍຸການ 2019 – 2020.
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງແມ່ນຂອງຂວັນຈາກພັກ - ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ.
 (ແຫຼ່ງຄັດຈາກ VOV)
 


top