ຕອນເຊົ້າວັນທີ 08 ທັນວາ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo HunSen ໄດ້ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ HunSen ໄດ້ອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມໄມຕີຈິດມິດຕະພາບ ຫວຽດນາມ ຢ່າງເປັນທາງການ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 07 ທັນວາ, ທີ່ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ທ່ານນາຍົກລັດຖະມົນຕີ HunSen ໄດ້ຂອບໃຈສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ທີ່ເອົາໃຈໃສ່ຊ່ວຍເຫຼືອບັນດານັກສຶກສາ, ນັກຮຽນ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)