ສືບຕໍ່ກໍ່ສ້າງກອງທັບເຮືອປະຊາຊົນ ຫວຽດນາມ ປະຕິວັດ, ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມເຊື່ອໝັ້ນຂອງການນຳພັກ, ລັດ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດແມ່ນສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

ທ່
ານນາງ ຫງວຽນທິກິມເງິນ ຖ່າຍຮູບທີ່ລະນຶກກັບບັນດາທະຫານເຮືອ
ວັນທີ 17 ທັນວາ, ຢູ່ນະຄອນ ກາມແຣງ, ແຂວງ ແຄ໋ງຮ່ວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບບັນດາກົມກອງທະຫານເຮືອ ທີ່ຕັ້ງທັບໃນຖານທີ່ໝັ້ນການທະຫານ ກາມແຣງ. ເມື່ອແລກປ່ຽນກັບພະນັກງານ, ນັກຮົບບັນດາກົມກອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານທີ່ເຫຼົ່າທັບເຮືອບັນລຸໄດ້ໃນການຝຶກແອບ ເປັນເຈົ້າຂອງອາວຸດ, ວັດຖຸອຸປະກອນໃໝ່, ທັນສະໄໝ. ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາກົມກອງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້; ຍົກສູງຄຸນນະທາດ, ເຈດຈຳນົງ, ຄວາມຮັບຜິດຊອບຢ່າງບໍ່ຢຸດຢັ້ງ; ສືບຕໍ່ກໍ່ສ້າງກອງທັບເຮືອປະຊາຊົນ ຫວຽດນາມ ປະຕິວັດ, ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມເຊື່ອໝັ້ນຂອງການນຳພັກ, ລັດ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດແມ່ນສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.
ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໂອ້ລົມ, ລະດົມກຳລັງໃຈທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ, 2 ຕາແສງເກາະ ຊອງຕື໋ໄຕ, ຊິງຕົນ ຂຶ້ນກັບເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ ຜ່ານລະບົບທາງໂທລະພາບຖ່າຍທອດສົດ.
(ແຫຼ່ງຄັດຈາກ VOV)