ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຮອດ ປັກກິ່ງ, ສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ

      ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນຫຼວງປັກກິ່ງ, ສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ

ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນຫຼວງປັກກິ່ງ (ພາບ: TTXVN)
      ຕອນທ່ຽງວັນທີ 10 ກໍລະກົດ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນຫຼວງປັກກິ່ງ, ສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8 – 12 ກໍລະກົດ 2019 ຕາມຄຳເຊື້ອເຊີນຂອງທ່ານ ລີຈານຊູ ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດ ຈີນ, ກຳມະການໃຫຍ່ຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.
ການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການຄັ້ງທຳອິດຂອງການນຳພັກ, ລັດ ຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງ ພັກກອມມູນິດ ຈີນ, ພ້ອມທັງແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ. ການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ສຸມໃສ່ແລກປ່ຽນບັນດາມາດຕະການເພື່ອແນໃສ່ສືບຕໍ່ປະຕິບັດຂໍ້ຕົກລົງທີ່ໄດ້ຮັບການລົງນາມ ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແຕ່ປີ 2015 ຢ່າງມີປະສິດທິຜົນ. ສອງຝ່າຍພ້ອມກັນແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍ່ຄືການສົມທົບກັນຢູ່ບັນດາເວທີປາໄສລັດຖະສະພາລະຫວ່າງຊາດພາກພື້ນ ແລະ ສາກົນ.
ຕອນບ່າຍຂອງວັນດຽວກັນ, ໃນຂອບເຂດການຢ້ຽມຢາມປັກກິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດ, ລັດວິສາຫະກິດ ແລະ ວິສາຫະກິດພາກເອກະຊົນແຖວໜ້າຂອງຈີນເຊັ່ນ: ກຸ່ມບໍລິສັດກໍ່ສ້າງ ພະລັງງານຈີນ, ກຸ່ມບໍລິສັດ ອານຟາກິງ, ກຸ່ມບໍລິສັດຜີງອານ, ກຸ່ມບໍລິສັດຮ່ວມມືເສດຖະກິດ ແລະ ເຕັກນິກສາກົນແຈງຊີ…
 (ແຫຼ່ງຄັດຈາກ VOV)


top