ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາເປົ້າໝາຍນະໂຍບາຍແຂວງ ກວາງນາມ

      ໂດຍສືບຕໍ່ບັນດາການເຄື່ອນໄຫວຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ, ເນື່ອງໃນໂອກາດສະເຫຼີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວັນທີ 17 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານໄດ້ລົງເຮັດວຽກຢູ່ແຂວງ ກວາງນາມ. 

ທ່ານນາງຫງວຽນທິກິມເງິນ ວາງພວງມມາລາ ທີ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ກວາງນາມ
      ທີ່ສູນເບິ່ງແຍງລ້ຽງດູຜູ້ມີຄຸນງາມຄວາມດີແຂວງ ກວາງນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບປຶ້ມເງິນປະຢັດ 106 ຫົວ, ແຕ່ລະຫົວມີມູນຄ່າ 2 ລ້ານດົ່ງໃຫ້ບັນດາແມ່ ຫວຽດນາມ ວິລະຊົນ ແລະ ບັນດາເປົ້າໝາຍນະໂຍບາຍ.
        ຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ກວາງນາມ, ອະນຸສາວະລີແມ່ ຫວຽດນາມ ວິລະຊົນ. ໃນການປະຕິບັດງານຄັ້ງນີ້, ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈບາງຄອບຄົວນອນໃນເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຢູ່ແຂວງ ກວາງນາມ, ວາງພວງມາລາ, ທະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ດ້ຽນບານ, ຢ້ຽມຢາມເຮືອນອະນຸສອນສະຖານນັກວິລະຊົນ ຫງວຽນວັນໂຈ໋ຍ.
(ແຫຼ່ງຄັດຈາກ VOV)

top