ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ

 ທ່ານນາງປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ໝູ່ຄະນະພະນັກງານ, ພາລະກອນເຂດ ອະນຸສະຖານໄດ້ປະຕິບັດໜ້າທີ່ຮັກສາ, ປົກປ້ອງບັນດາວັດຖຸອຸປະກອນ ແລະ ວັດຖຸພັນທີ່ຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຈໍ 2018, ວັນທີ 12 ກຸມພາ (ກົງກັບວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ໃນເຂດອະນຸສອນສະຖານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາສະມາຊິກໃນຄະນະໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ.

        ທ່ານນາງປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ໝູ່ຄະນະພະນັກງານ, ພາລະກອນເຂດ ອະນຸສະຖານໄດ້ປະຕິບັດໜ້າທີ່ຮັກສາ, ປົກປ້ອງບັນດາວັດຖຸອຸປະກອນ ແລະ ວັດຖຸພັນທີ່ຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຄຳຕັກເຕືອນພະນັກງານ, ພາລະກອນເຂດອະນຸສອນສະຖານສືບຕໍ່ມານະພະຍາຍາມໃນການຮັກສາ, ປົກປັກຮັກສາບັນດາວັດຖຸພັນ, ເອກະສານກ່ຽວກັບປະທານໂຮ່ຈີມິນ ໃຫ້ລຸ້ນຫຼັງ, ປະຕິບັດວຽກງານແນະນຳໃຫ້ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນ, ແຂກທ່ອງທ່ຽວກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ.

 (ແຫຼ່ງຄັດຈາກ VOV)



top