ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ທ່ານເລຂາຄະນະກໍາມະການກວດກາວິໄນ ສູນກາງພັກກອມມູນິດຈີນ ຈາວເລືອຈີ

ຕອນບ່າຍວັນທີ 26 ກັນຍາ, ຢູ່ສໍານັກງານສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການຕ້ອນຮັບທ່ານເລຂາຄະນະກໍາມະການກວດກາວິໄນ ສູນກາງພັກກອມມູນິດຈີນ ຈາວເລືອຈີ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານເລຂາຄະນະກໍາມະການກວດກາວິໄນ ສູນກາງພັກກອມມູນິດຈີນ ຈາວເລືອຈີ (ພາບ:Trong Duc/TTXVN)

ນະທີ່ນີ້, ທ່ານນາງປະທານສະພາແຫ່່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງການນໍາພັກ ແລະ ລັດ ຈີນ ທີ່ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ແຕ່ງຕັ້ງຄະນະຜູ້ແທນພັກກອມມູນິດ ຈີນ ມາໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. ທ່ານນາງປະທານສະພາແຫ່່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ມີຄວາມປາດຖະໜາຢາກປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ; ພ້ອມທັງເນັ້ນໜັກວ່າ, ສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ພ້ອມກັນມຸ່ງໄປເຖິງການປ່ຽນແປງໃໝ່, ເຊື່ອມໂຍງ, ປະຕິຮູບການເປີດປະຕູ ແລະ ແບ່ງປັນຜົນປະໂຫຍດລວມ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍປະຕິບັດບັນດາຄວາມຮັບຮູ້ລວມຂອງການນໍາສອງພັກ, ສອງລັດ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ ໃຫ້ຄົບຖ້ວນ ແລະ ເຂັ້ມງວດ, ແກ້ໄຂຄວາມບໍ່ລົງລອຍກັນຢູ່ເຂດທະເລໃຫ້ສົມເຫດສົມຜົນ, ເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ; ມານະພະຍາຍາມປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ຈີນ ພັດທະນາຢ່າງຕັ້ງໜ້າ, ປອດໄສ ແລະ ໝັ້ນຄົງຍາວນານ ຢ່າງບໍ່ຢຸດຢັ້ງ.

        ທີ່ການຕ້ອນຮັບ, ທ່ານເລຂາຄະນະກໍາມະການກວດກາວິໄນ ສູນກາງພັກກອມມູນິດຈີນ ຈາວເລືອຈີ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຈີນ ຖືການພົວພັນກັບຫວຽດນາມເປັນສໍາຄັນທີ່ສຸດ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ,ແລກປ່ຽນຍຸດທະສາດ;ປາດຖະໜາຢາກໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ຍູ້ແຮງການພົວພັນແລກປ່ຽນ ແລະ ຮ່ວມມືກັນຢ່າງແທດຈິງ ນໍາການພົວພັນລະຫວ່າງສອງພັກ, ສອງລັດ ພັດທະນາຂຶ້ນສູ່ລະດັບສູງໃໝ່.

(​ແຫຼ່ງຄັດ​ຈາກ VOV)



top