ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິງເງິນ: ສ້າງເກີນເທີກາຍເປັນຕົວເມືອງແກ່ນສານຂອງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

      ຕອນບ່າຍວັນທີ 16 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນເກິນເທີໄດ້ພົບປະ, ເຮັດວຽກກັບການນຳນະຄອນເກິ່ນເທີ. 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິງເງິນ ກ່າວຄຳເຫັນທີ່ການເຮັດວຽກ
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ນະຄອນເກິນເທີ ເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເພີ່ມທະວີການເຊື່ອມຕໍ່ກັບບັນດາແຂວງໃນເຂດ, ຍູ້ແຮງການລົງທຶນ, ສົ່ງເສີມການຄ້າ ຢ່າງແທດຈິງ ມີປະສິດທິຜົນຂອງບັນດາວິສາຫະກິດ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:  
            ເພື່ອໃຫ້ນະຄອນເກິນເທີກາຍເປັນຕົວເມືອງແກ່ນສານ ຂອງເຂດຢ່າງແທດຕິງ ຕ້ອງມີບາດກ້າວບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ກ່ຽວກັບວິທີການແກ້ໄຂ, ບາງສິ່ງກໍ່ອີງໃສ່ຄວາມຮັບຜິດຊອບຂອງລັດຖະບານໃນການຊ່ວຍເຫຼືອນະຄອນເກິນເທີ ແລະ ມີບາງອັນທາງນະຄອນຕ້ອງແກ້ໄຂເອງເພື່ອສ້າງກຳລັງແຜ່ຂະຫຍາຍ.
            ໃນຕອນບ່າຍວັນດຽວກັນ, ທີ່ການເຮັດວຽກກັບຄະນະຊີ້ນຳວຽກງານເລືອກຕັ້ງຢູ່ນະຄອນ ເກິ່ນເທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເນັ້ນໜັກວ່າ ນະຄອນເກິ່ນເທີຕ້ອງຍູ້ແຮງວຽກງານໂຄສະນາມຸ່ງໄປສູ່ການເລືອກຕັ້ງ, ເອົາໃຈໃສ່ເຖິງວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ…
 (ແຫຼ່ງຄັດຈາກ VOV)


top