ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 3-8 ມີນາ


ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ (ພາບ: ຟ້າມກຽນ/VNA)
      ວັນທີ 1 ກໍລະກົດ 2017, ຄະນະກຳມະການພົວພັນກັບຕ່າງປະເທດ ສະພາແຫ່ງຊາດ ຊຸດທີ XIV ໄດ້ແຈ້ງຂ່າວໃຫ້ຮູ້ວ່າ ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດ, ລັດຖະບານ ແລະ ສະພາແຫ່ງຊາດ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສປປ ລາວ ນຳໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ຈະດຳເນີນການຢ້ຽມຢາມ ຫວຽດນາມ.
       ຄະນະຈະໄປເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງ ຫວຽດນາມ-ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງ ຫວຽດນາມ-ລາວ ທີ່ແຂວງ ເຊີນລາ ແຕ່ວັນທີ 3-8 ກໍລະກົດ 2017.
ປະຕິບັດໂດຍ: VNA/VNP

top