ພາບຊີວິດ

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ: ຈາກປະສົບການ ສູ່ພາລະກິດ ການສຶກສາ

ໃນບັນດາເລື່ອງລາວ ກ່ຽວກັບການປ່ຽນແປງໃໝ່, ບາງຊ່ວງເວລາ ທີ່ເຮັດໃຫ້ເກີດການຕື່ນໂຕ ແມ່ນມາຈາກສິ່ງທີ່ນ້ອຍທີ່ສຸດ. ສຳລັບ ຊ່ຽວຊານດ້ານການສຶກສາ ໂຕຖຸ້ຍຢ໊ຽມກວຽນ, ສິ່ງນັ້ນ ບໍ່ແມ່ນ ລາງວັນ ຫຼື ຕຳແໜ່ງ, ແຕ່ມາຈາກຮູບແຕ້ມ ຂອງ ລູກຊາຍຕົນ-ເດັກຄົນໜຶ່ງ ທີ່ມີອາການຊຶມເສົ້າ ໄດ້ແຕ້ມຕົນເອງ ກຳລັງ ຈະ ຈາກໂລກ ນີ້ໄປ. ຮູບພາບດັ່ງກ່າວໄດ້ກະຕຸ້ນໃຫ້ແມ່ຄົນນີ້ ແລະ ສ້າງແຮງບັນດານໃຈໃນ ຕົວເພິ່ນໃຫ້ມີພາລະກິດ: ປ່ຽນແປງ ການສຶກສາ ເພື່ອບໍ່ໃຫ້ ເດັກຄົນໃດ ຕ້ອງປະສົບກັບ ຄວາມເຈັບປວດ ຄືກັບລູກຊາຍຂອງຕົນ.

ໃນບັນດາເລື່ອງລາວ ກ່ຽວກັບການປ່ຽນແປງໃໝ່, ບາງຊ່ວງເວລາ ທີ່ເຮັດໃຫ້ເກີດການຕື່ນໂຕ ແມ່ນມາຈາກສິ່ງທີ່ນ້ອຍທີ່ສຸດ. ສຳລັບ ຊ່ຽວຊານດ້ານການສຶກສາ ໂຕຖຸ້ຍຢ໊ຽມກວຽນ, ສິ່ງນັ້ນ ບໍ່ແມ່ນ ລາງວັນ ຫຼື ຕຳແໜ່ງ, ແຕ່ມາຈາກຮູບແຕ້ມ ຂອງ ລູກຊາຍຕົນ-ເດັກຄົນໜຶ່ງ ທີ່ມີອາການຊຶມເສົ້າ ໄດ້ແຕ້ມຕົນເອງ ກຳລັງ ຈະ ຈາກໂລກ ນີ້ໄປ. ຮູບພາບດັ່ງກ່າວໄດ້ກະຕຸ້ນໃຫ້ແມ່ຄົນນີ້ ແລະ ສ້າງແຮງບັນດານໃຈໃນ ຕົວເພິ່ນໃຫ້ມີພາລະກິດ: ປ່ຽນແປງ ການສຶກສາ ເພື່ອບໍ່ໃຫ້ ເດັກຄົນໃດ ຕ້ອງປະສົບກັບ ຄວາມເຈັບປວດ ຄືກັບລູກຊາຍຂອງຕົນ.

ປີ 2014, ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ໄດ້ຮັບຕຳແໜ່ງ ຊ່ຽວຊານດ້ານການສຶກສາ ປະດິດສ້າງທີ່ດີເດັ່ນຂອງ Microsoft (Microsoft Innovative Educator Expert Fellow). ພາບ: ທົງຫາຍ/VNP

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ໄດ້ຮູ້ວ່າ ກົກເຄົ້າ ຂອງ ບັນຫາບໍ່ພຽງ ແຕ່ ຢູ່ທີ່ນັກຮຽນ, ແຕ່ແມ່ນ ວິທີການເຂົ້າເຖິງການສິດສອນ ຂອງ ຄູອາຈານ. ປັດຊະຍາການສຶກສາ ທີ່ເພິ່ນຍຶດໝັ້ນແມ່ນ “ບໍ່ບັງຄັບ ໃຫ້ປາ ປີນຕົ້ນໄມ້” ຢືນຢັນວ່າ ເດັກທຸກຄົນລ້ວນແຕ່ ມີຄວາມສາມາດ ແລະ ວິທີການຮຽນຮູ້ທີ່ແຕກຕ່າງກັນ ແລະ ບົດບາດຂອງຄູ ແມ່ນ ການຊ່ວຍ ໃຫ້ພວກເຂົາ ສົ່ງເສີມຈຸດແຂງ ຂອງຕົນເອງ. ຜ່ານເວລາ ຫຼາຍປີ ທີ່ໄດ້ຮ່ວມກັບລູກຊາຍ ເອົາຊະນະອາການຊຶມເສົ້າ ແລະ ຄວາມຫຍຸ້ງຍາກ ໃນການອ່ານ, ເພິ່ນໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າ ການສຶກສາ ຕ້ອງເລີ່ມຕົ້ນ ຈາກ ຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈກັນ, ບໍ່ແມ່ນພຽງແຕ່ ຈາກຄວາມຮູ້.

ຈາກປະສົບການສ່ວນຕົວ, ເພິ່ນໄດ້ປ່ຽນຄວາມເຈັບປວດໃຫ້ກາຍ ເປັນແຮງຈູງໃຈທາງສັງຄົມ. ໃນປີ 2012, ເພິ່ນໄດ້ສ້າງຕັ້ງບໍລິສັດ ທີ່ປຶກສາ ແລະ ພັດທະນາ ການສຶກສາ InnEdu ຈຳກັດ (InnEdu Education Consulting and Development Co., Ltd.), ເປີດສາກ ການເດີນທາງ ໃນການເລີ່ມຕົ້ນທຸລະກິດ ທີ່ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍເຕັມໄປດ້ວຍຄວາມເຊື່ອໝັ້ນ ຕໍ່ການປ່ຽນແປງໃໝ່. InnEdu ໄດ້ ສຸມໃສ່ການຝຶກອົບຮົມ ໃຫ້ແກ່ຄູອາຈານ ແລະ ຜູ້ນຳດ້ານການສຶກສາ ໃນຂົງເຂດ STEAM (ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ, ສິລະປະ, ຄະນິດສາດ) ແລະ ການໝູນໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ໃນການສິດສອນ. 

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ເປີດຊັ້ນຝຶກອົບ ຮົມອອນລາຍ ໂດຍບໍ່ຄິດຄ່າ ໃຫ້ແກ່ຄູອາຈານທົ່ວປະເທດ, ເພື່ອຊ່ວຍໃຫ້ຄູອາ ຈານ ເພີ່ມປະຕິສຳພັນ, ສ້າງແຮງຈູງໃຈໃນການຮຽນຮູ້ ໃຫ້ແກ່ນັກ ຮຽນ ຜ່ານບັນດາເກມທີ່ບໍ່ໃຊ້ເຄື່ອງມື ດີຈີຕອນ ແລະ ສົມທົບກັບ AI. ພາບ: ທົງຫາຍ/VNP
ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ແລກປ່ຽນກັບເພື່ອນຮ່ວມງານ ກ່ຽວກັບໂຄງການ ຝຶກອົບຮົມ. ພາບ: ທົງຫາຍ/VNP

ພາຍໃຕ້ການນຳພາ ຂອງເພິ່ນ, ຄູອາຈານ ຫຼາຍສິບພັນຄົນ ໃນທົ່ວປະເທດ ຫວຽດນາມ ໄດ້ຮັບຖ່າຍທອດ ແຮງບັນດານໃຈ ແລະ ເຂົ້າເຖິງວິທີການສິດສອນທີ່ທັນສະໄໝ. ເພິ່ນຍັງ ເປັນຜູ້ຮ່ວມຂຽນປຶ້ມ “ການສຶກສາຜ່ານໂຄງການ” ທີ່ ຈັດພິມໂດຍ ສໍານັກພິມການສຶກສາ ຫວຽດນາມ, ເຊິ່ງໄດ້ ປະກອບສ່ວນ ເຜີຍແຜ່ ຈິດ ໃຈການສຶກສາ ປະດິດສ້າງ.

ຊ່ຽວຊານດ້ານການສຶກສາ ໂຕຖຸ້ຍຢ໊ຽມກວຽນ, ເປັນຄົນຫວຽດ ນາມ ຜູ້ທຳອິດທີ່ໄດ້ຮັບຕຳແໜ່ງ ຊ່ຽວຊານດ້ານການສຶກສາ ປະດິດສ້າງທີ່ດີເດັ່ນຂອງ Microsoft (Microsoft Innovative Educator Expert Fellow) ໃນປີ 2014. ພາບ: ທົງຫາຍ/VNP

ຊື່ສຽງ ຂອງ ເພິ່ນໄດ້ແຜ່ຂະຫຍາຍ ອອກນອກເຂດແດນ ຂອງ ຫວຽດນາມຢ່າງໄວ. ເພິ່ນເປັນຄົນ ຫວຽດນາມ ຜູ້ທໍາອິດ ທີ່ໄດ້ຮັບ ການຮັບຮອງຈາກ Microsoft ໃຫ້ເປັນຊ່ຽວຊານ ດ້ານການສຶກສາ ປະດິດສ້າງ ທີ່ດີເດັ່ນ (Microsoft Innovative Educator Expert Fellow) ເຊິ່ງ ເປັນການພິສູດ ໃຫ້ ຄວາມສາມາດ ໃນການເຊື່ອມໂຍງ ແລະ ການນຳພາ ການປ່ຽນແປງໃໝ່. ປີ 2020, InnEdu ໄດ້ກາຍເປັນຄູ່ຮ່ວມງານ ດ້ານການຝຶກອົບຮົມທົ່ວໂລກ ທໍາອິດ ຂອງ Microsoft ຢູ່ ຫວຽດນາມ, ເຊິ່ງເປັນຂີດໝາຍບາດກ້າວໃໝ່ອັນສຳຄັນ ໃນການຮ່ວມມື ລະຫວ່າງ ພາກລັດ-ເອກະຊົນ ໃນດ້ານ ການສຶກສາ. ນອກຈາກນີ້, ເພິ່ນຍັງໄດ້ ຮັບເຊີນໃຫ້ເປັນ ກຳມະການຕັດສິນ ໃນເວທີປາໄສດ້ານການສຶກສາທົ່ວໂລກ ປີ 2015 ທີ່ ສ ອາເມລິກາ, ເຊິ່ງເປັນຕົວແທນໜຶ່ງດຽວ ຂອງ ອາຊີ ໃນເຫດການດັ່ງກ່າວ.

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ຝຶກອົບຮົມ ກ່ຽວກັບການຫັນປ່ຽນ ດີຈີຕອນ ໃຫ້ແກ່ຂະແໜງການສຶກສາ ແລະ ບຳລຸງສ້າງ ນະຄອນໂຮ່ຈີມິນ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ແລກປ່ຽນກ່ຽວກັບທັກສະພົນລະ ເມືອງ ດີຈີຕອນ, ພ້ອມທັງກຳນົດທິດທາງ ກ່ຽວກັບຕົນເອງ ໃຫ້ແກ່ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ແລກປ່ຽນກ່ຽວກັບທັກສະພົນລະ ເມືອງ ດີຈີຕອນ, ພ້ອມທັງກຳນົດທິດທາງ ກ່ຽວກັບຕົນເອງ ໃຫ້ແກ່ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້

ການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງ ທ່ານນາງ ຊ່ວຍໃຫ້ ເພິ່ນ ໄດ້ຮັບການຍົກຍ້ອງຈາກ Forbes ຫວຽດນາມ ໃນ ບັນຊີລາຍຊື່ “20 ແມ່ຍິງ ຫວຽດນາມ ທີ່ສ້າງແຮງບັນດານໃຈ” ປີ 2021. ແນວໃດກໍຕາມ, ສຳລັບເພິ່ນແລ້ວ, ລາງວັນທີ່ຍິ່ງໃຫຍ່ ທີ່ສຸດ ບໍ່ແມ່ນຕຳແໜ່ງ, ແຕ່ແມ່ນການເຫັນສາຍຕາ ທີ່ເຕັມໄປດ້ວຍ ຄວາມໝັ້ນໃຈ ຂອງນັກຮຽນ ທີ່ເຄີຍຢ້ານ ໂຮງຮຽນ. “ຮຽນເພື່ອໃຫ້ມີອິດສະລະພາບ-ແມ່ນສິ່ງທີ່ເພິ່ນ ເຄີຍເວົ້າ ຢູ່ສະເໝີ. ສຳລັບເພິ່ນ, ການຮຽນຮູ້ບໍ່ພຽງແຕ່ ເພື່ອ ໃຫ້ໄດ້ຄະແນນສູງເທົ່ານັ້ນ, ແຕ່ເພື່ອໃຫ້ຄົນເຮົາມີຄວາມສາມາດ ໃນການເລືອກ ແລະ ດໍາລົງຊີວິດ ຢ່າງມີຄວາມສຸກ.

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ທີ່ເຫດການ “ໃຫ້ກຳລັງໃຈ ຮ່ວມກັນ ກ້າວຂຶ້ນ” ຂອງບັນດານັກຄຸ້ມຄອງ ການສຶກສາ ທີ່ຖືກຈັດຂຶ້ນ ປະຈຳປີ ໂດຍ ສະໂມສອນ ການຄຸ້ມຄອງ ການສຶກສາ ບໍ່ມີພົ້ມແດນ (EdulightenUp) ຂຶ້ນກັບ ສະຖາບັນ ຄົ້ນຄວ້າ ແລະ ພັດທະນາການຄຸ້ມຄອງ ການສຶກສາ (ELRD). ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້

ເພິ່ນຍັງເຊື່ອວ່າ “ບາດແຜ” ໃນຊີວິດ ບໍ່ແມ່ນຄວາມລົ້ມເຫຼວ, ແຕ່ເປັນ ວັດຖຸດິບ ທີ່ຊ່ວຍໃຫ້ຄົນເຮົາເຕີບໃຫຍ່. ຍ້ອນ ການຜ່ານຜ່າ ຄວາມສູນ ເສຍສ່ວນຕົວ, ເພິ່ນໄດ້ເຂົ້າໃຈ ຢ່າງເລິກເຊິ່ງ ຍິ່ງຂຶ້ນ ເຖິງ ຄຸນຄ່າ ຂອງ ຄວາມອົດທົນ ແລະ ຄວາມເມດຕາປານີ-ສອງປັດໄຈ ທີ່ເພິ່ນຖ່າຍທອດ ໃຫ້ນັກຮຽນ ແລະ ເພື່ອນຮ່ວມງານຢູ່ສະເໝີ.

ປີ 2021, ວາລະສານ Forbes ຫວຽດນາມ ໄດ້ຍົກຍ້ອງ ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ ຢູ່ໃນບັນຊີລາຍຊື່ “20 ແມ່ຍິງ ຫວຽດນາມ ທີ່ສ້າງແຮງບັນດານໃຈ”. ພາບ: ທົງຫາຍ

ປັດຈຸບັນ, ໃນໄວ 50 ກວ່າ, ຊ່ຽວຊານດ້ານການສຶກສາ ໂຕຖຸ້ຍຢ໊ຽມ ກວຽນ ຍັງສືບຕໍ່ເຮັດວຽກຢ່າງບໍ່ຢຸດຢັ້ງ ໃນເສັ້ນທາງ ການປ່ຽນແປງໃໝ່. ເພິ່ນຍັງສືບຕໍ່ ດໍາລົງຕຳແໜ່ງ ເປັນຜູ້ອໍານວຍ ການດ້ານບໍລິຫານ InnEdu, ພ້ອມທັງເປັນນັກປາຖະກະຖາ ແລະ ຊ່ຽວຊານໃນ ບັນດາໂຄງການປະຕິຮູບ ຂອງ ກະຊວງ ສຶກສາ ແລະ ບຳລຸງສ້າງ, ສືບຕໍ່ “ຫວ່ານແກ່ນ” ປ່ຽນແປງໃໝ່ ໃນແຕ່ລະຫ້ອງຮຽນ, ແຕ່ລະຄູອາຈານ. ມໍລະດົກ ຂອງ ເພິ່ນ ບໍ່ໄດ້ພຽງແຕ່ ຢູ່ທີ່ຜົນສໍາເລັດເທົ່ານັ້ນ, ແຕ່ຢູ່ໃນ ແນວຄິດທີ່ວ່າ: ການສຶກສາບໍ່ແມ່ນການແຂ່ງຂັນ, ແຕ່ແມ່ນ ການເດີນທາງ ຂອງ ການຄົ້ນພົບ ແລະ ການປົດປ່ອຍມະນຸດ. 

ບົດ: ຖາວວີ - ພາບ: ທົງຫາຍ ແລະ ເອກະສານ - ແປໂດຍ: ບິກລຽນ


top