ຂ່າວສານ

ທ່ານນາງ ຫວໍ​ທິ​ແອ້ງ​ຊວັນ ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ, ມາ​ເລ​ເຊຍ, ກຳ​ປູ​ເຈຍ ເຂົ້າຍື່ນສານ​ຕາ​ຕັ້ງ

ຕອນເຊົ້າ 22 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອ້ງຊວັນ ຮັກສາການປະທານປະເທດ ຫວຽດນາມໄດ້ຕ້ອນຮັບ ເອກອັກຄະລັດຖະທູດ ສະວິດ, ເອກອັກຄະລັດຖະທູດ ມາເລເຊຍ, ເອກອັກຄະລັດຖະທູດ ກຳປູເຈຍເຂົ້າ ຍື່ນສານຕາຕັ້ງ.
  ທ່ານນາງ ຫວໍທິແອ້ງຊວັນ ຮັກສາການປະທານປະເທດ ຫວຽດນາມ ແລະ ທ່ານ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ(ພາບ: TTXVN)  

ຕ້ອນຮັບ ທ່ານ Thomas Gass ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ,        ທ່ານນາງ ຫວໍທິແອ້ງຊວັນ ສະເໜີໃຫ້ສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ; ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ສົ່ງເສີມບັນດາວິສາຫະກິດ ສະວິດ ມາລົງທຶນໄລຍະຍາວຢູ່ ຫວຽດນາມ ກ່ຽວກັບການເຕີບໂຕສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ອຸດສາຫະກຳປຸງແຕ່ງ, ກະສິກຳເຕັກໂນໂລຢີສູງ, ການສຶກສາ - ບຳລຸງສ້າງ.

ຕ້ອນຮັບ ທ່ານ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ,  ທ່ານນາງ ຫວໍທິແອ້ງຊວັນ ສະເໜີ ໃຫ້ເອກອັກຄະລັດຖະທູດ ມາເລເຊຍ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ໃນປີນີ້ໂດຍທັນທີ, ປີແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ(ມີນາ 1973 - ມີນາ 2023); ຊຸກຍູ້ການພົວພັນປະຊາຊົນ, ຮ່ວມມືທາງດ້ານການທ່ອງທ່ຽວ; ສູ້ຊົນນຳວົງເງິນການຄ້າໃຫ້ບັນລຸໄດ້ 18 ຕື້ ໂດລາສະຫະລັດ ໂດຍໄວ.

ຕ້ອນຮັບ ທ່ານນາງ Chea Kimtha ເຊິ່ງໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂອງລາດຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ ແລະ ເປັນເອກອັກຄະລັດຖະທູດຍິງ ຜູ້ທຳອິດຂອງ ກຳປູເຈຍ ປະຈຳຫວຽດນາມ, ທ່ານນາງ ຫວໍທິແອ້ງຊວັນ ເຊື່ອໝັ້ນວ່າທ່ານນາງເອກອັກຄະລັດຖະທູດ ຈະມີອາຍຸການປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າສູ້ຊົນຊຸກຍູ້ການພົວພັນສອງປະເທດ ຕາມທິດຊີ້ນຳບ້ານໄກ້ເຮືອນຄຽງທີ່ດີງາມ, ມູນເຊື້ອມິດຕະພາບ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ.

 


top