ຂ່າວສານ

ທ່ານນາງ ຕ່ອງທິຟ໊ອງ ຕ້ອນຮັບຄະນະປະທານອະດີດສະມາຊິກສະພາແຫ່ງຊາດພັກປະຊາທິປະໄຕເສລີຍີ່ປຸ່ນ

ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ; ພ້ອມທັງຫວັງວ່າ ສອງຝ່າຍເປີດກ້ວາງ, ພັດທະນາການພົວພັນ...

ທ່ານນາງ ຕ່ອງທິຟ໊ອງ (ເບື້ອງຂວາ) ແລະ ທ່ານ Saito Toshisugu

ວັນທີ 6 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະປະທານ ອະດີດສະມາຊິກສະພາແຫ່ງຊາດພັກປະຊາທິປະໄຕ ເສລີ ຍີ່ປຸ່ນ ໂດຍທ່ານ Saito Toshisugu ເປັນຫົວໜ້າຄະນະ.

          ທີ່ການຕ້ອນຮັບ, ທ່ານນາງຮອງຜູ້ປະຈຳການສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ: ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ; ພ້ອມທັງຫວັງວ່າ ສອງຝ່າຍເປີດກ້ວາງ, ພັດທະນາການພົວພັນ, ການຮ່ວມມືມີປະສິດທິຜົນ, ແທດຈິງໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມລໍຄອຍຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ຢູ່ໃນໂລກ.

          ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ແຈ້ງຂ່າວກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນວັນທີ 12/11/2018 ຈະມາເຖິງ; ສະເໜີໃຫ້ຝ່າຍ ຍີ່ປຸ່ນ ເອົາໃຈໃສ່, ໜູນຊ່ວຍໃຫ້ ຫວຽດນາມ ໃນວິວັດການຜັນຂະຫຍາຍສັນຍາດັ່ງກ່າວ.

(ແຫຼ່ງຄັດຈາກ VOV)



top