ຂ່າວສານ

ທ່ານນາງ ຕອງທິຟ໋ອງ ຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ

      ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ  ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.

ທ່ານນາງ ຕອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ

(ພາບ: Duong Giang/ TTXVN)
      ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຄວາມສາມັກຄີ, ສະໜິດຕິດພັນໃນສາຍພົວພັນລະຫວ່າງຫວຽດນາມ - ລາວ ທຸກຂັ້ນ; ພ້ອມທັງສະເໜີໃຫ້ຄະນະຊາວໜຸ່ມສອງປະເທດສົມທົບກັນໃນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ການສຶກສາໃຫ້ຄົນລຸ້ນໜຸ່ມເປັນປະຈຳເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ, ສືບທອດ, ຮັກສາ, ເຮັດໃຫ້ການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ຈະເລີນງອກງາມກວ່າ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຢັ້ງຢືນວ່າ ການນຳຂັ້ນສູງສອງປະເທດຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ສອງອົງການຈັດຕັ້ງຊາວໜຸ່ມຂອງສອງປະເທດ ຮ່ວມມື, ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
        ສ່ວນທ່ານ ອາລຸນໄຊ ສູນນະລາດ ໄດ້ຢັ້ງຢືນວ່າ ຈະສືບຕໍ່ເພີ່ມພູນຄູນສ້າງ, ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ຊາວໜຸ່ມໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top