ຂ່າວສານ

ທ່ານນາງ ດັ້ງທິງອກທີ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະມາຄົມມິດຕະພາບ ສປປ.ເກົາຫຼີ - ຫວຽດນາມ

ຕອນບ່າຍວັນທີ 26 ມີນາ, ທີ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສປປ.ເກົາຫຼີ - ຫວຽດນາມ.

ທ່ານນາງ ດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ ແລະ ທ່ານນາງ Ri kang Juk, ຮອງປະທານສະມາຄົມມິດຕະພາບລະຫວ່າງ ສປປ.ເກົາຫຼີ - ຫວຽດນາມ 
 

ໂດຍທ່ານນາງ Ri kang Juk, ຮອງປະທານສະມາຄົມມິດຕະພາບລະຫວ່າງ ສປປ.ເກົາຫຼີ - ຫວຽດນາມ ນຳໜ້າຄະນະ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ໄດ້ຕີລາຄາສູງເລື່ອງ ສປປ.ເກົາຫຼີ ແຕ່ງຕັ້ງຜູ້ແທນທີ່ເປັນນາຍຄູ ແລະ ນັກຮຽນຂອງ ໂຮງຮຽນອະນຸບານ Kieng Sang  ພ້ອມກັບຄະນະມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແລະ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະຊາຊົນສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງສອງອົງການມິດຕະພາບຂອງສອງປະເທດ ເວົ້າສະເພາະ. ທ່ານນາງ ຮອງປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກແຮງງານ ສປປ.ເກົາຫຼີ, ໂດຍທ່ານ Kim Jong –un ເປັນຜູ້ນຳ, ປະຊາຊົນ ສປປ.ເກົາຫຼີ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ຢ່າງຫຼວງຫຼາຍໃນພາລະກິດການສ້າງສາສັງຄົມນິຍົມ, ພັດທະນາປະເທດຊາດ ແລະ ຍົກສູງຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງຮອງປະທານປະເທດໄດ້ສະເໜີໃຫ້ບັນດາອົງການມິດຕະພາບຂັ້ນປະຊາຊົນຂອງສອງປະເທດຈະສືບຕໍ່ມີບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາບແບບ, ແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການເພີ່ມທະວີໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນທັງສອງປະເທດ.
(ແຫຼ່ງຄັດຈາກ VOV)

top