ຂ່າວສານ

ທ່ານດິງລາທັງດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນໂຮ່ຈີມິນ


(ທ່ານດິງລາທັງດຳລົງຕຳແໜ່ງເລຂາທິການຄະນະພັກນະຄອນໂຮ່ຈີມິນ)
      ຕອນ​ບ່າຍ​ວັນ​ທີ 05/02 ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ. ​ເຂົ້າ​ຮ່ວມ​ພິທີ​ປະກາດ​ມີ​ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ການຄະນະ​ເລຂາທິການ.
        ທີ່​ພິທີ, ທ່ານ ຟ້າ​ມມິ​ງຈີ໋ງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະກາດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​​ແຕ່ງ​ຕັ້ງທ່າ​ນ ດິງລາ​ທັງ, ກຳມະການ​ກົມ​ການ​ເມືອງ, ​ເຂົ້າ​ເປັນ​ສະມາ​ຊີກ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ດຳລົງ​ຕຳ​ແໜ່​ງ​ເລຂາທິການ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ. ທ່ານ ຫວໍ​ວັນ​ເຖືອງ ​ບໍ່ດຳລົງ​ຕຳ​ແໜ່​ງຮອງ​ເລຂາທິການ​ປະຈຳ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ດຳລົງ​ຕຳ​ແໜ່​ງຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ.
(ແຫຼ່ງຄັດຈາກ VOV)

top