ຂ່າວສານ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພົບ​ປະ​ກັບ​ທ່ານ Vyacheslav Volodin ປະ​ທານ ດູ​ມາ​ແຫ່ງ​ຊາດ ລັດ​ເຊຍ

ທ່ານ Vyacheslav Volodin ເນັ້ນ​ໜັກ​ວ່າ ລັດ​ເຊຍ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ຢັ້ງ​ຢືນ​ວ່າ ດູ​ມາ​ແຫ່ງ​ຊາດ ແລະ ບັນ​ດາ​ກຳ​ລັງ​ການ​ເມືອງ​ຢູ່​ດູ​ມາ ສະ​ໜັບ​ສະ​ໜູນ​ການ​ສືບ​ຕໍ່​ປັ​ບ​ປຸງ ແລະ ພັດ​ທະ​ນາ​ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຫວຽດ​ນາມຢ່າງ​ແຮງ​; ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊຍ ກັບ ຫວຽດ​ນາມ.
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ພົບ​ປະ​ກັບ​ທ່ານ Vyacheslav Volodin ​ປະ​ທານ​ສະ​ພາ ດູມ​າ​ແຫ່ງ​ຊາດ (ສະ​ພາ​ຕ່ຳ)ສະ​ຫະ​ພັນ​ລັດ​ເຊຍ (ພາບ: VNA)

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ສະ​ຫະ​ພັນ ລັດ​ເຊຍ, ຕອນ​ເຊົ້າ​ວັນ​ທີ 8 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ໄດ້​ພົບ​ປະ​ກັບ​ທ່ານ Vyacheslav Volodin ​ປະ​ທານ​ສະ​ພາ ດູມ​າ​ແຫ່ງ​ຊາດ (ສະ​ພາ​ຕ່ຳ)ສະ​ຫະ​ພັນ​ລັດ​ເຊຍ .

ທີ່​ການ​ພົບ​ປະ, ທ່ານ Vyacheslav Volodin ເນັ້ນ​ໜັກ​ວ່າ ລັດ​ເຊຍ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ຢັ້ງ​ຢືນ​ວ່າ ດູ​ມາ​ແຫ່ງ​ຊາດ ແລະ ບັນ​ດາ​ກຳ​ລັງ​ການ​ເມືອງ​ຢູ່​ດູ​ມາ ສະ​ໜັບ​ສະ​ໜູນ​ການ​ສືບ​ຕໍ່​ປັ​ບ​ປຸງ ແລະ ພັດ​ທະ​ນາ​ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຫວຽດ​ນາມຢ່າງ​ແຮງ​; ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊຍ ກັບ ຫວຽດ​ນາມ.

ສ່ວນ​ທ່ານ ໂຕ​ເລິມ ຢັ້ງ​ຢືນ​ວ່າຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິ​ດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ​ກັບ ລັດ​ເຊຍ, ຖື​ລັດ​ເຊຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ; ສະ​ເໜີ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາ​ການ, ບັນ​ດາ​ກຸ່ມ​ສະ​ມາ​ຊິກ​ລັດ​ຖ​ະ​ສະ​ພາ​ມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ແລະ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​​ຍິງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ດ້ານ​ນິ​ຕິ​ບັນ​ຍັດແລະ ຕິດ​ຕາມກວດ​ກາ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ດ້ານ​ນິ​ຕິກຳ ແລະ ການ​ເມືອງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ.


top