ທ່ານ ເລຮ່ວາຍຈຸງ ຢືນຢັນວ່າ, ອາຊີຕາເວັນອອກສ່ຽງໃຕ້ ຍາມໃດກໍ່ແມ່ນຄອບຄົວຂອງບັນດາອ້າຍນ້ອງຖານບ້ານໃກ້ເຮືອນຄຽງ, ສະໜິດສະໜົມຂອງ ຫວຽດນາມ
ວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທີ່ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ແລະ Timor-Leste ປະຈຳ ຮ່າໂນ້ຍ ເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນ ເນື່ອງໃນໂອກາດໄດ້ຮັບດຳລົງຕຳແໜ່ງຜູ້ຮັກສາການລັດຖະມົນຕີການຕ່າງປະເທດ.
ທີ່ການຕ້ອນຮັບ, ທ່ານ ເລຮ່ວາຍຈຸງ ຢືນຢັນວ່າ, ອາຊີຕາເວັນອອກສ່ຽງໃຕ້ ຍາມໃດກໍ່ແມ່ນຄອບຄົວຂອງບັນດາອ້າຍນ້ອງຖານບ້ານໃກ້ເຮືອນຄຽງ, ສະໜິດສະໜົມຂອງ ຫວຽດນາມ; ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ ແລະ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ສວມບົດບາດ, ທີ່ຕັ້ງທີ່ນັບມື້ນັບສູງໃນໂລກ.
ທ່ານກໍ່ຊົມເຊີຍ Timor-Leste ທີ່ໃກ້ຈະກາຍເປັນສະມາຊິກຢ່າງເປັນທາງການຂອງຄອບຄົວ ອາຊຽນ ແລະ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນ ແລະ ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກໜູນຊ່ວຍ Timor-Leste ເຂົ້າຮ່ວມຢ່າງມີປະສິດທິຜົນ, ໄປທຽບທັນກັບຄວາມຄືບໜ້າການພັດທະນາຂອງທັງກຸ່ມ.