ຂ່າວສານ

ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ

ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນ, ໜູນຊ່ວຍສະພາແຫ່ງຊາດ ລາວ ໃນວຽກງານຕິດຕາມກວດກາ, ສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ
ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ປາດຖະໜາຢາກນຳການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພັດທະນາທັງລວງກ້ວາງ ແລະ ລວງເລິກ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ  ເມື່ອຕອນບ່າຍວັນທີ 10 ກໍລະກົດ, ຢູ່ນະຄອນ ຝູກວັກ, ແຂວງ ກຽນຢາງ, ໃນການຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ລາວ - ຫວຽດນາມ ແລະ ຄະນະຜູ້ແທນ ສະພາແຫ່ງຊາດລາວ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມກຸ່ມທີ່ປຶກສາສະຫະພັນລັດຖະສະພາສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 14 (AIPA Caucus 14).  

ຕາມທ່ານ ເຈິ່ນແທັງເໝີນ ແລ້ວ, ສະພາແຫ່ງຊາດ ຫວຽດນາມ ກຽມພ້ອມແບ່ງປັນບົດຮຽນ, ໜູນຊ່ວຍສະພາແຫ່ງຊາດ ລາວ ໃນວຽກງານຕິດຕາມກວດກາ, ສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ; ສະໜັບສະໜູນ ແລະ ກຽມພ້ອມໜູນຊ່ວຍ, ສົມທົບກັບສະພາແຫ່ງຊາດ ລາວ ຈັດກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1, ເຊິ່ງຈະຈັດຂຶ້ນຢູ່ ສປປ ລາວ ໃນເດືອນທັນວາ 2023 ຈະມາເຖິງໃຫ້ບັນລຸຜົນສຳເລັດ; ສະໜັບສະໜູນ ແລະ ໜູນຊ່ວຍລາວ ດຳລົງຕຳແໜ່ງເປັນປະທານສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ປະທານສະພາສະຫະພັນລັດຖະສະພາ ອາຊຽນ (AIPA) ໃນປີ 2024 ໃຫ້ປະສົບຜົນສຳເລັດ.

ສ່ວນທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ ຜ່ານບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍ; ປາດຖະໜາວ່າສອງຝ່າຍຈະມານະພະຍາຍາມຍູ້ໄວ ແລະ ປະຕິບັດສຳເລັດບາງໂຄງການທີ່ມີການຮ່ວມມືລົງທຶນຂອງ ຫວຽດນາມ.


top