ຂ່າວສານ

ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກຖະຫວາຍທູບທຽນຢູ່ພະລາດຊະວັງ ທັງລອງ

ຕອນເຊົ້າວັນທີ 28 ມັງກອນ (ກົງກັບວັນທີ 4 ບຸນເຕັດປີຊວດ 2020), ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ນະຄອນ ຮ່າໂນ້ຍ ໄດ້ໄປຖະຫວາຍທູບທຽນ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ເຂດພະລາດຊະວັງ ທັງລອງ - ຮ່າໂນ້ຍ.
 
ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກຖະຫວາຍທູບທຽນຢູ່ພະລາດຊະວັງ ທັງລອງ (ພາບ: TTXVN)

ການເຄື່ອນໄຫວນີ້ ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ກົກເຄົ້າເຫງົ້າກໍ, ບັນດາເຈົ້າຊີວິດ, ຜູ້ທີ່ມີຄຸນງາມຄວາມດີ ເພື່ອພ້ອມກັນສຶກສາໃຫ້ລູກຫຼານລຸ້ນຕ່າງໆເມື່ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ຮັກສາບັນດາຄຸນຄ່າອັນດີງາມຂອງປະເທດ ຫວຽດນາມ ແລະ ຂອງ ທັງລອງ - ຮ່າໂນ້ຍ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດວັດທະນະທຳຂອງເຂດມໍລະດົກພະລາດຊະວັງ ທັງລອງ, ມໍລະດົກວັດທະນະທຳໂລກຢູ່ນະຄອນຫລວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.
 (ແຫຼ່ງຄັດຈາກ VOV)

top