ຂ່າວສານ

ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານຄະນະຊີ້ນຳກອງປະຊຸມລະຫວ່າງຂະແໜ່ງກ່ຽວກັບຄວາມປອດໄພທາງດ້ານສະບຽງອາຫານ

      ຕອນເຊົ້າຂອງວັນທີ 27 ມິຖຸນາ,ໃນການເປັນປະທານກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜ່ງຂັ້ນສູນກາງກ່ຽວກັບ ຄວາມປອດໄພດ້ານສະບຽງອາຫານ, ຕີລາຄາການປະຕິບັດວຽກງານ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ໃນ 6 ເດືອນຕົ້ນປີແລະ ໜ້າທີ່ວຽກງານຈຸດສຸມຂອງຊຸມເດືອນທ້າຍປີ. 

ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ(ພາບ: VGP)
      ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າໃນໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ, ພິເສດແມ່ນ ກະຊວງກະສິກຳ ແລະພັດທະນາຊົນນະບົດ ເຮັດແນວໃດເພື່ອໃຫ້ ປະຊາຊົນຫວຽດນາມທຸກຄົນຕ້ອງໄດ້ໃຊ້ສະບຽງອາຫານທີ່ສະອາດ, ປອດສານພິດຄືສິນຄ້າສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວວ່າ
        “ຕ້ອງພັດທະນາເຄືອງມືດ້ວຍລະບົບຄອມພິວເຕີ. ທຸກໆຜະລິດຕະພັນທີ່ໂຄສະນາຂາຍຢູ່ໃນລະບົບເອເລັກໂຕນິກຈະໄດ້ຮັບການກວດກາຈາກເຄື່ອງມືນັ້ນ.ອັນໃດທີ່ໄດ້ລົງທະບຽນກວດກາ ແລະ ຕີລາຄາແລ້ວ. ຈາກນັ້ນຈຶ່ງໂຄສະນາແລະສົ່ງເສີມໃຫ້ທຸກຄົນຊື້"
 (ແຫຼ່ງຄັດຈາກ VOV)


top