ຂ່າວສານ

ທ່ານ ຫຼີເຄີ້ສຽນ ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຈີນ

      ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ວັນທີ 18 ມີນາ, ທີ່ວາລະປະຊຸມຄົບຄະນະຄັ້ງທີ 6 ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດ ຈີນ ສະໄໝ 13,

ທ່ານ ຫຼີເຄີ້ສຽນ ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຈີນ (ພາບ: abc)
      ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເຊັນຂໍ້ຕົກລົງກ່ຽວກັບເລື່ອງແຕ່ງຕັ້ງທ່ານ ຫຼີເຄີ້ສຽນ ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
        ວາລະປະຊຸມກໍ່ໄດ້ເລືອກຕັ້ງບຸກຄະລາກອນຂັ້ນສູງອື່ນຈຳນວນໜຶ່ງ ຕາມຂໍ້ສະເໜີຂອງທ່ານປະທານປະເທດ ສີຈິ້ນຜິງ, ຕາມນັ້ນແລ້ວ ທ່ານ ໂຈ່ວສຽງ ຮັບດຳລົງຕຳແໜ່ງເປັນປະທານສານປະຊາຊົນສູງສຸດ, ທ່ານ ຈ່າງຈຸ່ນ ໄດ້ຮັບດຳລົງຕຳແໜ່ງເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ຕາມການຄາດຄະເນ ບັນດາສະມາຊິກສະພາປະຊາຊົນແຫ່ງຊາດ ຈີນ ຈະປ່ອນບັດເລືອກຕັ້ງບັນດາສະມາຊິກຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດ ຈີນ ສະໄໝທີ 13.
            ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານ ອວຍພອນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ.ຈີນຫລີເຄີ້ສຽນ.
 (ແຫຼ່ງຄັດຈາກ VOV)

top