ຂ່າວສານ

ທ່ານ ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ຈະ​ຢ້ຽມ​ຢາມ ສ​ປ.ຈີນ ຢ່າງ​ເປັນ​ທາງ​ການ

ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ.
  ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: TTXVN  
ວັນທີ 25 ຕຸລາ, ຄະນະພົວພັນການຕ່າງປະເທດສູນກາງໃຫ້ຮູ້ວ່າ: ໂດຍຮັບຄໍາເຊີນຂອງ ທ່ານສີຈີ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ສປ.ຈີນ, ປະທານປະເທດ ສປ.ຈີນ, ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ. ການເດີນທາງຈະເລີ່ມແຕ່ວັນທີ 30 ຕຸລາ ເຖິງ ວັນທີ 02 ພະຈິກ.

top