ຂ່າວສານ

ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມ ຊາວຫວຽດນາມ ຢູ່ກຳປູເຈຍ

ທ່ານຫງວຽນຟູຈ້ອງສະເໜີໃຫ້ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ກຳປູເຈຍ ມານະພະຍາຍາມເຊື່ອມຕົວເຂົ້າກັບສັງຄົມ, ສາມັກຄີ, ຊ່ວຍເຫຼືອກັນເພື່ອບືນຕົວຂຶ້ນໃນຊີວິດ, ຮັກສາ ແລະ ເສີມຂະຫຍາຍສິສັນວັດທະນະທຳຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ກ່າວຄໍາເຫັນທີ່ການພົບປະ  

ຕອນບ່າຍວັນທີ 26 ກຸມພາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ລາຊະອານາຈັກກຳປູເຈຍ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມກັບ ພະນັກງານ, ພາລະກອນ ສະຖານທູດ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີສິດ, ທຳມາຫາກິນ ແລະ ຮ່ຳຮຽນຢູ່ ກຳປູເຈຍ.ທ່ານ ຫງວຽນຟູຈ້ອງ ຫວັງວ່າບັນດາພະນັກງານ, ພາລະກອນ ສະຖານທູດ, ປະຊາຄົມ ຊາວຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ ຢູ່ກຳປູເຈຍຈະ ສືບຕໍ່ມີການເຄື່ອນໄຫວຫລາຍຢ່າງທີ່ແທ້ຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສາຍພົວພັນສາມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ - ກຳປູເຈຍ ກ່ວາອີກ.

ທ່ານຫງວຽນຟູຈ້ອງສະເໜີໃຫ້ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ກຳປູເຈຍ ມານະພະຍາຍາມເຊື່ອມຕົວເຂົ້າກັບສັງຄົມ, ສາມັກຄີ, ຊ່ວຍເຫຼືອກັນເພື່ອບືນຕົວຂຶ້ນໃນຊີວິດ, ຮັກສາ ແລະ ເສີມຂະຫຍາຍສິສັນວັດທະນະທຳຫວຽດນາມ.

(ແຫຼ່ງຄັດຈາກ VOV)

 


top