ຂ່າວສານ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຕ້ອນຮັບ ປະທານບໍລິຫານກຸ່ມບໍລິສັດ Alphabet ອາເມລິກາ

      ວັນທີ 26 ພຶດສະພາ, ຢູ່ສຳນັກງານລັດຖະບານ, ເມື່ອຕ້ອນຮັບ ທ່ານ Eric Schmidt, ປະທານບໍລິຫານກຸ່ມບໍລິສັດ Alphabet (ບໍລິສັດແມ່ຂອງ Google)

(ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີຕ້ອນຮັບປະທານບໍລິຫານກຸ່ມບໍລິສັດ Alphabet  ອາເມລິກາ)
      ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຈະມີການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ແລະ ເຈລະຈາ ກັບ ທ່ານ Donald Trump ປະທານາທິບໍດີ ສະຫະລັດອາເມລິກາ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າໂອກາດ ແລະ ຄວາມສາມາດບົ່ມຊ້ອນ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ສອງປະເທດຍັງມີຫຼາຍຢູ່, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ນອກຈາກຄວາມຕັ້ງໜ້າ, ໄລຍະຜ່ານມາ, ໄດ້ມີກໍລະນີນຳໃຊ້ Youtube ເພື່ອໃຫ້ຂໍ້ມູນຂ່າວສານທີ່ຜິດຈາກຄວາມເປັນຈິງ, ລະເມີດກົດໝາຍ ຫວຽດນາມ ແລະ ສະເໜີ Google ສົມທົບຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອແກ້ໄຂ, ປັດເຂັ່ຍບັນດາຂໍ້ມູນຂ່າວສານນີ້.
        ສ່ວນ, ປະທານບໍລິຫານກຸ່ມບໍລິສັດ Alphabet ໃຫ້ຮູ້ວ່າ ທ່ານ ຫາກໍ່ເຂົ້າຮ່ວມ ພິທີເປີດສະຫຼອງໂຄງການໜຶ່ງທີ່ Google ໜູນຊ່ວຍ ສະມາຄົມຊາວກະສິກອນ ຫວຽດນາມ ເພື່ອກໍ່ສ້າງທັກສະດີຈີຕອນ ໃຫ້ຊາວກະສິກອນຫວຽດນາມ. ທ່ານ Eric Schmidt ກໍ່ໃຫ້ຮູ້ວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອປັດເຂັ່ຍບັນດາຂໍ້ມູນຂ່າວສານທີ່ບໍ່ດີ, ລະເມີດກົດໝາຍ ຫວຽດນາມ ແລະ ຈະພິຈາລະນາກ່ຽວກັບວຽກງານສ້າງຕັ້ງຫ້ອງການຜູ້ຕາງໜ້າ ຢູ່ຫວຽດນາມ, ພ້ອມທັງຊີ້ແຈງບາງບັນຫາທີ່ກ່ຽວຂ້ອງເຖິງວຽກນີ້.
(ແຫຼ່ງຄັດຈາກ VOV)
 

top