ຂ່າວສານ

ທ່ານ ສີ​ຈີນ​ຜິງ ໄດ້​ຮັບ​ການ​ເລືອກ​ຕັ້ງເປັນ ປະ​ທານ​ປະ​ເທດ ຈີນ ຄືນໃໝ່​ໃນ ​ອາ​ຍຸ​ການ​ທີ 3

ດ້ວຍຈຳນວນບັດສະໜັບສະໜູນ 100%, ທ່ານ ສີຈີນຜິງ, ເກີດປີ 1953, ໄດ້ຮັບການເລືອກຕັ້ງສືບຕໍ່ດຳລົງຕຳແໜ່ງເປັນປະທານປະເທດ ອາຍຸການທີ 3 ຮອດປີ 2028.
  ທ່ານປະທານປະເທດ ຈີນ ສີຈີນຜິງ ທີ່ກອງປະຊຸມຄົບຄະນະເທື່ອທີ 3  

ຕອນເຊົ້າວັນທີ 10 ມີນາ, ກອງປະຊຸມຄັ້ງປະຖົມມະລຶກ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ XIV  ໄດ້ຈັດກອງປະຊຸມຄົບຄະນະເທື່ອທີ 3 ໂດຍມີການເຂົ້າຮ່ວມຂອງການນຳພັກ ແລະ ລັດ ຈີນ ພ້ອມດ້ວຍຜູ້ແທນເກືອບ 3000 ທ່ານ.

ນະທີ່ນີ້, ດ້ວຍຈຳນວນບັດສະໜັບສະໜູນ 100%, ທ່ານ ສີຈີນຜິງ, ເກີດປີ 1953, ໄດ້ຮັບການເລືອກຕັ້ງສືບຕໍ່ດຳລົງຕຳແໜ່ງເປັນປະທານປະເທດ ອາຍຸການທີ 3 ຮອດປີ 2028 ແລະ ປະທານຄະນະພັກກອງທັບສູນກາງ ຈີນ. ທ່ານ  ຈາວເລືອຈີ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດໃໝ່ ແທນໃຫ້ທ່ານ ລີຈາວຊູ.

 


top