ຂ່າວສານ

ທ່ານ ຟ້າມ​ມິງ​ຈິ໊ງ ໄດ້​ຮັບ​ການ​ສະ​ເໜີ​ເພື່ອ​ໃຫ້ສະ​ພາ​ແຫ່ງ​ຊາດ ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ຍຸ​ການ 2021 – 2026

ໃນຂອບເຂດກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 26 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫວຽນຊວັນຟຸກ ໄດ້ຍື່ນໃບສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບແຜນບຸກຄະລາກອນເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງນາຍົກລັດຖະມົນຕີ ອາຍຸການ 2021 – 2026.
ທ່ານ ຟ້າມມິງຈິງ (ພາບ: vov.vn)

ບຸກຄະລາກອນທີ່ໄດ້ຮັບການສະເໜີໃຫ້ສະພາແຫ່ງຊາດເລືອກຕັ້ງເປັນນາຍົກລັດຖະມົນຕີ ແມ່ນທ່ານ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິງ.

        ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຕາມຄະນະ. ກ່ຽວກັບແຜນບຸກຄະລາກອນເພື່ອເລືອກຕັ້ງນາຍົກລັດຖະມົນຕີ. ຕອນບ່າຍວັນທີ 26 ກໍລະກົດ, ສະພາແຫ່ງຊາດ ຮັບຟັງບົດລາຍງານໝາກຜົນການປຶກສາຫາຫາລືຢູ່ຕາມຄະນະ; ບົດລາຍງານອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບແຜນບຸກຄະລາກອນສຳລັບຕຳແໜ່ງນາຍົກລັດຖະມົນຕີ. ສະພາແຫ່ງຊາດ ຈະເລືອກຕັ້ງນາຍົກລັດຖະມົນຕີ ດ້ວຍຮູບແບບປ່ອນບັດລັບ.

(ແຫຼ່ງຄັດຈາກ VOV)


top