ຂ່າວສານ

ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດ​ນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍການຕອບຮັບຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ, ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ ຈະໄປຢ້ຽມຢາມລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ. ການຢ້ຽມຢາມຈະດຳເນີນໃນສອງວັນ ວັນທີ 11 ແລະ 12 ມັງກອນ.
  ທ່ານ ຟ້າມມິງຈີງ ນາຍົກລັດຖະມົນຕີ ຫວຽດນາມ  

ຕາມທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ການຢ້ຽມຢາມຄັ້ງນີ້ຂອງ ທ່ານ ຟ້າມມິງຈີງ ແມ່ນເພື່ອສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ, ສຸມໃສ່ຊ່ອງທາງການພົວພັນ ແລະ ຮ່ວມມືລະຫວ່າງລັດຖະບານ. ນີ້ແມ່ນການຢ້ຽມຢາມ ລາວ ຢ່າງເປັນທາງການ ຄັ້ງທຳອິດຂອງ ທ່ານ ຟ້າມມິງຈີງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ ແລະ ກໍ່ແມ່ນການຢ້ຽມຢາມ ລາວ ຢ່າງເປັນທາງການຄັ້ງທຳອິດ ຂອງການນຳຂັ້ນສູງຕ່າງປະເທດໃນປີ 2023. ການຢ້ຽມຢາມໄດ້ຢືນຢັນວ່າ ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ເປັນຈິດໜຶ່ງໃຈດຽວ ຖືເປັນສຳຄັນ ແລະ ບຸລິມະສິດສູງສຸດໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

 


top