ຂ່າວສານ

ທ່ານ ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ດ່າ​ໜັງ

ຕອນບ່າຍວັນທີ 27 ເມສາ, ຢູ່ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດນະຄອນ ດ່າໜັງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ.
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ (ພາບ: TTXVN)

ນະທີ່ນີ້, ຜູ້ມີສິດເລືອກຕັ້ງຫຼາຍຄົນ ໄດ້ສະແດງຄວາມຕົກລົງເຫັນດີກັບພັກ, ລັດ ທີ່ໄດ້ເດັດດ່ຽວໃນການປ້ອງກັນ, ຕ້ານປະກົດການຫຍໍ້ທໍ້ ແລະ ປາດຖະໜາວ່າ ລັດ ຈະສືບຕໍ່ຊ່ວຍເຫຼືອປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

ກ່າວຄຳເຫັນຕໍ່ຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ຈະສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ເດັດດ່ຽວ, ຢຶດໝັ້ນ ແກ້ໄຂກໍລະນີສໍ້ລາດບັງຫຼວງ ດ້ວຍເນື້ອໃນຈິດໃຈ ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ ແລະ ບໍ່ຮູ້ວ່າແມ່ນຜູ້ນັ້ນແມ່ນໃຜ. ທ່ານປະທານປະເທດ ກໍໃຫ້ຮູ້ວ່າ ບັນດານະໂຍບາຍຂອງພັກ, ລັດ ຍາມໃດກໍ່ໄດ້ດັດປັບໃຫ້ແທດເໝາະກັບສະພາບການເສດຖະກິດ, ສັງຄົມ ແລະ ຄວາມອາດສາມາດຂອງລັດ; ຕາມທິດ ນະໂຍບາຍໃໝ່ດີກວ່ານະໂຍບາຍເກົ່າ.


top